ສາມາດ ພະຍັກອາລຸນ (สามารถ พยัคฆ์อรุณ) ອາດີດນັກມວຍແຊັມໂລກຊື່ດັງ ໄວ 58 ປີ ເປັນທັງນັກມວຍ, ນັກຮ້ອງ, ເປັນດາລານັກສະແດງໄທ ຄົນໜຶ່ງທີ່ລາວເຮົາເອງ ຄົນບັນເທີງຄົງເຄີຍເຫັນ ແລະ ຕິດຕາມຜົນງານຂອງເພິ່ນມາຫຼາຍໆ
ທີ່ຕອນນີ້ຖືກເວົ້າກັນຫຼາຍທີ່ສຸດ ເມື່ອເຈົ້າໂຕເປີດໂຕແຟນສາວຄົນໃໝ່ທີ່ອາຍຸຫ່າງກັນຕັ້ງ 32 ປີ
ຫວານໃຈຄົນນີ້ງາມ, ໜ້າຮັກ ຊື່ ມອສ ທິດາຣາ “น้องมอส ธิดารา” ເປັນສາວງາມຈາກ อ.มัญจาคีรี จ.ขอนแก่น ອາຍຸ 26 ປີ ທີ່ກຳລັງຄົບຫາກັນ ແລະ ສະວີດຫວານແຫວວ
ຄວາມຮັກຄັ້ງນີ້ ສາມາດບອກວ່າ ໄປພົບຮັກກັນທີ່ ຈັງຫວັດ ມະຫາສາລະຄາມ ເມື່ອຄັ້ງໄປທົວຄອນເສີດ ຕອນນັ້ນນ້ອງຍັງຮຽນຢູ່ປີ 1 ອີກທັງນ້ອງເປັນແຟນຄັບຕົນເອງ ຈາກນັ້ນຈຶ່ງໄດ້ລົມກັນມາ 3-4 ກ່ອນໜ້ານີ້ແລ້ວ
ເນື່ອງຈາກນ້ອງເປັນລູກສາວຂອງນັກມວຍເກົ່າຊື່ ເຣືອງໄຊ ໄທຣຸ່ງເຣືອ່ງ ແລະ ເປັນແຟນຄັບຊື່ນຊົມ ສາມາດຫຼາຍ
ເຊິ່ງຕອນີ້ ນ້ອງ ມອສ ເຂົ້າມາດູແລຍິມມວນໄທທີ່ຍ່ານສາຍໄໝ ຊ່ວຍແບ່ງເບົາໄປໄດ້ຫຼາຍ
ແນວໃດກໍຍິນດີນຊາກັບຄວາມຮັກຄັ້ງນີ້ ມີຄວາມສຸກຫຼາຍໆເດີ້