ຖືເປັນອີກເລື່ອງລາວທີ່ສ້າງຄວາມສະເທືອນໃຈບໍ່ໜ້ອຍ ສໍາລັບເລື່ອງລາວຂອງຄົນໄທລາຍໜຶ່ງຕິດເຊື້ອໂຄວິດ-19 ແຕ່ດັ່ງທີ່ຮູ້ກັນວ່າສະຖານະການຂອງປະເທດດັາງກ່າວ
ໃນຕອນນນີ້ນັ້ນ ມີຜູ້ຕິດເຊື້ອເພີ່ມຂຶ້ນຫຼາຍໃນແຕ່ລະມື້ ເຮັດໃຫ້ມີຜູ້ຕິດເຊື້ອບໍ່ໜ້ອຍບໍ່ທັນໄດ້ເຂົ້າຮັບການປິ່ນປົວ ເນື່ອງຈາກຍັງບໍ່ມີຕຽງ.ທັ້ງນີ້, ກໍລະນີທີ່ແອັດສຶກສາ-
ໄອທີ ຈະເວົ້າເຖິງນັ້ນ ກໍ່ເປັນອີກໜຶ່ງກໍລະນີທີ່ຕົກຢູ່ໃນສະຖານະການນັ້ນ ເຊິ່ງກຸ່ມຈິດອາສາ ເສັ້ນດ້າຍ ເປີດເຜີຍຂໍ້ມູນໄວ້ວ່າ: ເມື່ອເວລາປິມານ 22:00ໂມງ ພົບແມ່
ຍິງປ່ວຍໂຄວິດ-19 ອາຍຸ 60 ໄປກວດເຊື້ອເມື່ອວັນທີ 25 ມິຖຸນາ ຜົນອອກວັນທີ 27 ມິຖຸນາ ພົບວ່າຕິດເຊື້ອໂຄວິດ-19.ແຕ່ຍັງບໍ່ມີສະຖານທີ່ຮັບສາ ແມ່ຍິງລາຍນີ້
ຈ່ຶ່ງຕັດສິນໃຈບໍ່ກັບຫ້ອງເຊົ່າ ເພາະອາໃສຢູ່ກັບລູກ ຢ້ານວ່າສຫາກັບໄປຈະແຜ່ເຊື້ອໃຫ້ລູກຕິດນໍາ ຈຶ່ງເກັບເຄື່ອງ ພ້ອມມຸ້ງ 1ດາງ ອອກເລາະນອນຕາມສະຖານທີ່ສາທາລະນະໄປເລື້ອຍໆ.ທັ້ງນີ້, ປັດຈຸບັນ ຂະນະກຸ່ມອາສາ ແລະ ເຈົ້າໜ້າທີ່ປະສານຫາໂຮງໝໍເພື່ອຮັບຕົວຜູ້ປ່ວຍລາຍນີ້ເຂົ້າຮັບການປິ່ນປົວ.