ພິທີເຊັນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຈັດສົ່ງຜູ້ອອກແຮງງານລາວໄປເຮັດວຽກຢູ່ ສ.ເກົາຫຼີ ຕາມລະດູການ

0
260

ພິທີເຊັນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຈັດສົ່ງຜູ້ອອກແຮງງານລາວໄປເຮັດວຽກຢູ່ ສ.ເກົາຫຼີ ຕາມລະດູການ ລະຫວ່າງ ກົມການຈັດຫາງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ເມືອງ ກິມຊອນ, ແຂວງ ຈິຢອນຊັງບຸກໂດ, ສ.ເກົາຫຼີ​ ຈັດຂຶ້ນວັນທີ 20 ຕຸລາ 2022 ທີ່​ກະຊວງແຮງງານ ແລະ ສະຫວັດດີການສັງຄົມ​ (ຮສສ)​

ຕາງໜ້າເຊັນໂດຍ ທ່ານ ນາງ ອານຸສອນ ຄຳສິງສະຫວັດ ຫົວໜ້າກົມຈັດຫາງານ, ກະຊວງ​ ຮສສ ຕາງໜ້າຝ່າຍ ສ.ເກົາຫຼີ ເຊັນໂດຍ ທ່ານ ກິມ ອີວ ກອນ ຮອງເຈົ້າເມືອງໆກິມຊອນ ແລະ ບັນດາທ່ານຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ, ວິຊາການຂອງກົມຈັດຫາງານ ແລະ ຄະນະຜູ້ແທນຂອງເມືອງກິມຊອນ ເຂົ້າຮ່ວມເປັນສັກຂີພິຍານ.

ສປປ ລາວ ເປັນປະເທດໜຶ່ງທີ່ຕັ້ງຢູ່ອາຊີຕາເວັນອອກສ່ຽງໃຕ້, ມີປະຊາກອນທັງໝົດປະມານ 7 ລ້ານກວ່າຄົນ ຊຶ່ງປະຊາກອນສ່ວນໃຫຍ່ປະກອບອາຊີບໃນຂະແໜງກະສິກໍາ ອາໄສການຜະລິດແບບທໍາມະຊາດ ແລະ ເຄິ່ງທໍາມະຊາດ ເຮັດໃຫ້ຜົນຜະລິດກະສິກໍາຍັງບໍ່ທັນສູງເທົ່າທີ່ຄວນ. ສະນັ້ນ,​ ເພື່ອເປັນການຍົກສູງຄຸນະພາບຂອງການຜະລິດກະສິກໍາ

ເພື່ອສະໜອງພາຍໃນປະເທດໃຫ້ພຽງພໍ ແລະ ກ້າວໄປເຖິງການສົ່ງອອກຜະລິດຕະພັນກະສິກໍາໄປປະເທດຕ່າງໆ, ລັດຖະບານ ສປປ ລາວ ມີນະໂຍບາຍ ແລະ ໃຫ້ຄວາມສໍາຄັນ ໃນການສົ່ງເສີມປະຊາຊົນຜູ້ທີ່ປະກອບອາຊີບກະສິກໍາ ໂດຍສະເພາະຜູ້ທີ່ອາໄສໃນຂົງເຂດຊົນນະບົດ ໃຫ້ມີໂອກາດໃນການເຂົ້າເຖິງການພັດທະນາສີມືແຮງງານ ແລະ ນໍາໃຊ້ເຕັກໂນ

ໂລຊີ ທີ່ທັນສະໄໝເຂົ້າໃນການຜະລິດກະສິກໍາ ຊຶ່ງແນ່ນອນວ່າ ສ.ເກົາຫຼີ ກໍແມ່ນເປົ້າໝາຍໜຶ່ງທີ່ສໍາຄັນທີ່ລັດຖະບານ ສປປ ລາວ ມີເຈດຈໍານົງໃນການຮ່ວມມືໃນຫຼາຍໆດ້ານ ລວມທັງການຈັດສົ່ງແຮງງານລາວໄປເຮັດວຽກ ເພື່ອຖ່າຍທອດເອົາຄວາມຮູ້ ແລະ ປະສົບການ ຂອງຊາວກະສິກອນ ສ.ເກົາຫຼີ ເພື່ອມາພັດທະນາບ້ານເກີດເມືອງນອນຂອງເຂົາເຈົ້າ.

ໃນຊ່ວງການແຜ່ລະບາດຂອງພະຍາດໂຄວິດ 19 ລະຫວ່າງປີ 2020-2021 ຜູ້ອອກແຮງງານລາວທີ່ເຮັດວຽກຢູ່ຕ່າງປະເທດ ໂດຍສະເພາະຜູ້ອອກແຮງງານລາວທີ່ເຮັດວຽກຢູ່ປະເທດໄທ ໄດ້ເດີນທາງກັບຄືນປະເທດຫຼາຍກວ່າ 300.000 ຄົນ ຊຶ່ງຜູ້ອອກແຮງງານທີ່ກັບຄືນເຫຼົ່ານັ້ນ ຍັງປະເຊີນກັບການວ່າງງານ ໃນອັດຕາທີ່ສູງພໍສົມຄວນ. ສະນັ້ນ,

ວຽກງານການຈັດສົ່ງແຮງງານລາວໄປເຮັດຢູ່ຕ່າງປະເທດ ຈຶ່ງກາຍເປັນອີກໜຶ່ງທາງເລືອກທີ່ສຳຄັນໃນການຊ່ວຍຫຼຸດຜ່ອນການວ່າງງານໃຫ້ຜູ້ອອກແຮງງານລາວ. ໃນໄລຍະຜ່ານມາ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ລົງນາມສັນຍາຮ່ວມມືດ້ານການຈັດສົ່ງແຮງງານໄປເຮັດວຽກຕາມລະດູການ ຮ່ວມກັບ 4 ເມືອງ ຂອງ ສ.ເກົາຫຼີ ຄື: ເມືອງ

ແຮັງຊອງ ແຂວງ ກັງວອນ, ເມືອງ ຊັງຢອງ ແຂວງ ກຽວຊັງນໍາໂດ, ເມືອງ ຢອງດອກ ແຂວງ ກຽວຊັງບຸກໂດ ແລະ ເມືອງ ໂກຈາງ ແຂວງ ເຊີນລາບຸກໂດ. ປະຈຸບັນ ໄດ້ຈັດສົ່ງແຮງງານໄປເຮັດວຽກທີ່ 3 ເມືອງ ທີ່ເຊັນສັນຍາແລ້ວ ຈໍານວນ ທັງໝົດ 326ຄົນ, ຍິງ 176 ຄົນ.

ເພື່ອເປັນການຂະຫຍາຍການຮ່ວມມືດ້ານການຈັດສົ່ງແຮງງານລາວໄປເຮັດວຽກຕາມລະດູການທີ່ເມືອງຕ່າງໆ ຂອງ ສ.ເກົາຫຼີ ໃຫ້ຫຼາຍຂຶ້ນ ໃນວັນທີ 31 ສິງຫາ 2022, ກົມການຈັດຫາງານ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກ ຮ່ວມກັບພາກສ່ວນກ່ຽວຂ້ອງຂອງ ເມືອງ ກິມຊອນ ເພື່ອປຶກສາຫາລືກ່ຽວກັບການຮ່ວມມືດ້ານການຈັດສົ່ງແຮງງານ

ຕາມລະດູການ ລະຫວ່າງ ກົມການຈັດຫາງານ ແລະ ເມືອງກິມຊອນ. ຫຼັງຈາກນັ້ນ ທັງສອງຝ່າຍໄດ້ສຶບຕໍ່ເຮັດວຽກແລກປ່ຽນຄໍາຄິດຄໍາເຫັນ ຕໍ່ຮ່າງບົດບັນທຶກການຮ່ວມມື ແລະ ສາມາດເປັນເອກະພາບຕໍ່ເນື້ອໃນຂອງຮ່າງບົດບັນທຶກການຮ່ວມມື ຮ່ວມກັນ ຊຶ່ງນໍາມາສູ່ພິທີການເຊັນສັນຍາຮ່ວມກັນໃນມື້ນີ້.

ສະນັ້ນ,​ ການຮ່ວມມືກັນລະຫວ່າງ ກົມການຈັດຫາງານ ແລະ ເມືອງ ກິມຊອນ ໃນການຈັດສົ່ງແຮງງານລາວໄປເຮັດວຽກຕາມລະດູການທີ່ເມືອງ ກິມຊອນ ໃນຄັ້ງນີ້ ຈະເປັນບາດກ້າວສໍາຄັນ ແລະ ສ້າງຜົນປະໂຫຍດໃຫ້ແກ່ສອງຝ່າຍ. ສໍາລັບ ແຮງງານຂອງ ສປປ ລາວ ກໍ່ຈະໄດ້ຮັບການພັດທະນາສີມືແຮງງານ ແລະ ມ່ີລາຍຮັບໃຫ້ແກ່ຕົນແຮງງານເອງ ແລະ ຄອບຄົວ. ຊາວກະສິກອນ, ເຈົ້າຂອງຟາມ ພາຍໃນເມືອງ ກິມຊອນ ກໍ່ຈະມີແຮງງານເຂົ້າຮັບໃຊ້ການຜະລິດກະສິກໍາ.
( ຂ່າວສານ ຮສສ )

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.