ອົງການອາຫານໂລກ (WFP) ໄດ້ມອບອຸປະກອນເຄື່ອງເອເລັກໂຕຼນິກ ໃຫ້ແກ່ກະຊວງສຶກສາທິການ ແລະ ກິລາ, ໂດຍມີເປົ້າໝາຍສູງສຸດໃນການສ້າງລະບົບ ທີ່ມີປະສິດທິພາບ ໃນຈັດຕັ້ງປະຕິບັດວຽກງານອາຫານໃນໂຮງຮຽນແຫ່ງຊາດ ໃຫ້ເປັນລະບົບທີ່ເຂັ້ມແຂງ ແລະ ມີຄວາມຍືນຍົງ.
ພິທີມອບ-ຮັບເຄື່ອງດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 21 ຕຸລາ ນີ້, ທີ່ນະຄອນຫຼວງວຽງຈັນ ກ່າວມອບໂດຍແມ່ນ ທ່ານ ຢານ ເດວບາເຣີ ຜູ້ຕາງໜ້າ ຂອງອົງການອາຫານໂລກ ປະຈຳ ສປປ ລາວ ແລະ ກ່າວຮັບໂດຍແມ່ນ ທ່ານ ສຸຣິອຸດົງ ສູນດາລາ ຮອງລັດຖະມົນຕີກະຊວງ ສຶກສາທິການ ແລະ ກິລາ ຕາງໜ້າຄະນະຄຸ້ມຄອງໂຄງການອາຫານໃນໂຮງຮຽນ, ມີພາກສ່ວນກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
ທ່ານ ຢານ ເດວບາເຣີ ກ່າວວ່າ: ປັດຈຸບັນພວກເຮົາກໍາລັງຊ່ວຍເຫຼືອລັດຖະບານລາວ ໃນການຈັດສົ່ງອາຫານທ່ຽງປະຈໍາວັນໃຫ້ແກ່ນັກຮຽນໃນຊັ້ນປະຖົມຈຳນວນ 65.000 ຄົນ ໃນ 17 ເມືອງບູລິມະສິດຂອງລັດຖະບານ. ເປົ້າໝາຍຂອງພວກເຮົາແມ່ນໃຫ້ການຊ່ວຍເຫຼືອ ແລະ ຕິດຕາມໂຮງຮຽນເຫຼົ່ານີ້ ຈົນຮອດປີ 2025, ເພື່ອປະສານງານ
ແລະ ບັນຈຸເຂົ້າໃນໂຄງການອາຫານໂຮງຮຽນແຫ່ງຊາດ. ດັ່ງນັ້ນ, ການສ້າງຄວາມອາດສາມາດຂອງໜ່ວຍງານທີ່ຮັບຜິດຊອບໃນວຽກງານດັ່ງກ່າວ ແມ່ນປັດໄຈສໍາຄັນຫຼາຍ ໂດຍສະເພາະໃນໄລຍະຂອງການຄ່ຽນຖ່າຍ. ດັ່ງນັ້ນ, ອຸປະກອນເຄື່ອງມືເອເລັກໂຕນິກທີ່ມອບໃຫ້ໃນມື້ນີ້ມີບົດບາດສໍາຄັນໃນຈຸດນີ້”.
ທ່ານ ສຸຣິອຸດົງ ສູນດາລາ ໄດ້ກ່າວວ່າ: ເຄື່ອງທີ່ນຳມາມອບ-ຮັບຄັ້ງນີ້, ແມ່ນພາຍໃຕ້ການສະໜັບສະໜູນຂອງກະຊວງກະສິກຳ ສະຫະລັດ ອາເມຣິກາ ໂດຍຜ່ານອົງການອາຫານໂລກ ປະຈຳ ສປປ ລາວ ຊຶ່ງປະກອບມີ ຄອມພິວເຕີ ຕັ້ງໂຕະ 60 ໜ່ວຍ, ຄອມແລັບທອບ 31 ເຄື່ອງ, ເຄື່ອງພິມເອກະສານ 28 ເຄື່ອງ, ເຄື່ອງແຟັກ
ເອກະສານ 28 ເຄື່ອງ ແລະ ເຄື່ອງສາຍຮູບພາບ 28 ເຄື່ອງ ລວມມູນຄ່າທັງໝົດ 107.000 ໂດລາ ຊຶ່ງຈະນຳໄປໃຊ້ຢູ່ໃນກົມກອງທີ່ຮັບຜິດຊອບວຽກງານດັ່ງກ່າວ ທັງລະດັບສູນກາງ, ແຂວງ ແລະ ເມືອງ ເພື່ອອຳນວຍຄວາມສະດວກໃນການອອກແບບ, ຈັດຕັ້ງປະຕິບັດ ແລະ ຕິດຕາມກວດກາໂຄງການອາຫານໃນໂຮງຮຽນແຫ່ງຊາດຢູ່ 17 ເມືອງໃນ 11 ແຂວງ ທົ່ວປະເທດ.
ນັບແຕ່ປີ 2000 ເປັນຕົ້ນມາ, ອົງການອາຫານໂລກ ເປັນເຄື່ອງມືໃນການຊ່ວຍເຫຼືອແກ່ລັດຖະບານລາວ ໃນການສ້າງລະບົບໂພຊະນາການໃນໂຮງຮຽນແຫ່ງຊາດ ຊຶ່ງໄດ້ມີການພັດທະນາ, ແລະ ການຂະຫຍາຍຂອບເຂດການຊ່ວຍເຫຼືອໃນຊຸມປີຜ່ານມາ. ການຂະຫຍາຍດັ່ງກ່າວ ແມ່ນຈາກອາຫານຫວ່າງໄປສູ່ອາຫານປຸງແຕ່ງ ທີ່ມີໂພຊະນາການ ຫຼື
ອາຫານທ່ຽງໃນໂຮງຮຽນ, ພັດທະນາຈາກການສະໜອງອາຫານ ໄປສູ່ການສົ່ງເສີມດ້ານວິຊາການ. ຫຼາຍໄປກວ່ານັ້ນ, ການຊ່ວຍເຫຼືອ ແລະ ການສະໜັບສະໜູນດັ່ງກ່າວ ແມ່ນເພື່ອຊ່ວຍຫຼຸດຜ່ອນຄວາມທຸກຍາກຂອງຊຸມຊົນແບບລວມສູນ-ຈຸດສຸມຕົ້ນຕໍຂອງການຮ່ວມມື ລະຫວ່າງ ກະຊວງສຶກສາທິການ ແລະ ກິລາ ແລະ ອົງການອາຫານໂລກ ແມ່ນ
ເພື່ອຮັບປະກັນວ່າ ເດັກນ້ອຍໄດ້ກິນອາຫານໃນໂຮງຮຽນຕະຫຼອດປີ ແນໃສ່ການຫຼຸດຜ່ອນການຂາດສານອາຫານໃນ ສປປ ລາວ, ພ້ອມທັງຮັບປະກັນການເຂົ້າເຖິງການສຶກສາ ໃນຊັ້ນປະຖົມຂອງເດັກນ້ອຍ ຈາກຄອບຄົວທີ່ມີຄວາມທຸກຍາກ ແລະ ຂາດເຂີນ.
(ຂ່າວ: ສຸກສະຫວັນ, ພາບ: ສອນທະວີ)
WFP, ປະຊາຊົນ