ເປັນກຳລັງໃຈໃຫ້ ສູ້ໆເດີ້ ໜຸ່ມໂຕໂນ້ ເຂົ້າຮ່ວມພິທີໄຫວ້ສິ່ງສັກສິດ ກ່ອນລອຍນ້ຳຂ້າມແມ່ນ້ຳຂອງມາລາວວັນເສົານີ້

0
195

ໂຕໂນ່ ພາຄິນ ຄຳວິໄລສັກ ນັກຮ້ອງ ນັັກສະແດງຊື່ດັງຂອງໄທ ພາຍໃຕ້ກະແສດຣາມ້າ ແຕ່ເພິ່ນຕັ້ງໃຈແນ່ວແນ່ ຕ້ອງລອຍຂ້າມນ້ຳຂອງໃຫ້ໄດ້ ເພື່ອລະດົມທຶນໄປຊ່ວຍເຫຼືອໂຮງໝໍໃນແຂວງຄຳມ່ວນ ແລະ ນະຄອນພະນົມ ໜຸ່ມໂຕໂນ່ນັບແຕ່ມີແຜນຈະລອຍນ້ຳຂ້າມນ້ຳຂອງແມ່ນໄດ້ພະຍາຍາມຝຶກຊ້ອມລອຍນ້ຳທັງໃນນ້ຳນີ້ງ ແລະນ້ຳໄຫຼ ເພື່ອສ້າງ

ພື້ນຖານທີ່ດີກ່ອນຈະມາພິຊິດກັບນ້ຳຂອງທີ່ມີຄວາມໄກຂອງໄລຍະທາງລອຍເຖິງ 15 ກິໂລແມັດກວ່າ.ຕອນນີ້ ໜຸ່ມໂຕໂນ່ ພາຄິນ ໄດ້ສຳເລັດການຝຶກຊ້ອມ ພ້ອມແພັກກະເປົາມານະຄອນພະນົມ ເພື່ອກຽມເຂົ້າສູ່ກິດຈະກຳ One Man & The River ເຊິ່ງມີຄວາມໝາຍວ່າ ໜຶ່ງຄົນລອຍຫຼາຍຄົນໃຫ້. ແລະລ່າສຸດໂຕໂນ້ ພາຄີນ, ນັກສະແດງ-

ນັກຮ້ອງຂອງໄທ ເຂົ້າຮ່ວມພິທີໄຫວ້ສິ່ງສັກສິດ ກ່ອນຈະລອຍນ້ຳຂ້າມແມ່ນ້ຳຂອງ ໃນໂຄງການ One Man and The River ເພື່ອລະດົມທຶນຊ່ວຍເຫຼືອໂຮງຫມໍ ນະຄອນພະນົມ ແລະ ໂຮງຫມໍຢູ່ແຂວງຄຳມ່ວນຂອງ ສປປ ລາວ

ທີ່ຂາດເຂີນອຸປະກອນການແພດ, ໃນວັນທີ 22 ຕຸລາ 2022, ກຳນົດໄລຍະທາງ ປະມານ 15 ກິໂລແມັດ ລະຫວ່າງ ຕົວເມືອງນະຄອນພະນົມ ຫາ ແຂວງຄຳມ່ວນ ຂອງ ສປປ ລາວ.ເປັນກຳລັງໃຈໃຫ້ອ້າຍເພິ່ນສຳເລັດ ພາລະກິດໂຄງການລະດົມທຶນສະໜັບສະໜູນຊ່ວຍເຫຼືອໃນຄັ້ງນີ້.


ເປັນກຳລັງໃຈໃຫ້ ສູ້ໆເດີ້ ໜຸ່ມໂຕໂນ້ ເຂົ້າຮ່ວມພິທີໄຫວ້ສິ່ງສັກສິດ ກ່ອນລອຍນ້ຳຂ້າມແມ່ນ້ຳຂອງມາລາວວັນເສົານີ້


ເປັນກຳລັງໃຈໃຫ້ ສູ້ໆເດີ້ ໜຸ່ມໂຕໂນ້ ເຂົ້າຮ່ວມພິທີໄຫວ້ສິ່ງສັກສິດ ກ່ອນລອຍນ້ຳຂ້າມແມ່ນ້ຳຂອງມາລາວວັນເສົານີ້


ເປັນກຳລັງໃຈໃຫ້ ສູ້ໆເດີ້ ໜຸ່ມໂຕໂນ້ ເຂົ້າຮ່ວມພິທີໄຫວ້ສິ່ງສັກສິດ ກ່ອນລອຍນ້ຳຂ້າມແມ່ນ້ຳຂອງມາລາວວັນເສົານີ້

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.