ປັດຈຸບັນ ມີປະກົດການຫຍໍ້ທໍ້ຫຼາຍຢ່າງ ເກີດຂຶ້ນໃນສັງຄົມ ບໍ່ວ່າຈະເປັນ ການປຸ້ນຈີ້, ລັກຊັບ ແລະ ອື່ນໆ ທີ່ເຮັດໃຫ້ເຮົາຕ້ອງໄດ້ມີຄວາມຕື່ນຕົວ ແລະ ລະມັດລະວັງ ໄປພ້ອມໆກັນ !!! ເມື່ອເຫດການທີ່ບໍ່ປາດຖະນາ ນີ້ເກີດຂຶ້ນ ກັບທ່ານແລ້ວ ໃຫ້ທ່ານ ຮວບຮວມຫລັກຖານ ເພື່ອໄປແຈງ ຕໍ່ ເຈົ້າໜ້າທີ່ຕໍາຫຼວດ ຕາມຄວາມເປັນຈິງ ເຊັ່ນ:
ເລົ່າເຫດການທີ່ເກີດຂຶ້ນ, ບອກ ເວລາ, ສະຖານທີ, ວັນທີ ເດືອນ ປີ ແລະ ລັກສະນະຂອງຜູ້ຮ້າຍ ໃຫ້ຂໍ້ມູນຫລາຍເທົ່າທີ່ຈະໃຫ້ໄດ້ ເພື່ອໃຫ້ເຈົ້າໜ້າທີ່ຕຳຫລວດ ສາມາດດຳເນີນການສືບສວນ-ສອບສວນຄະດີຕໍ່ໄປ. ອີງຕາມກົດໝາຍອາຍາ,
ມາດຕາ 142 ກ່າວໄວ້ວ່າ ການເປັນນັກເລງອັນຕະພານຈະຖືກປັບໄໝ ແຕ່ 1.000.000 ກີບ ຫາ 10.000.000 ກີບ, ມາດຕາ 157 ການຈີ້ລົດ, ເຮືອ, ເຮືອບິນ ຈະຖືກລົງໂທດຈຳຄຸກ ແຕ່ 7 ປີ ຫາ 15 ປີ ແລະ ປັບໃໝ່ ແຕ່ 70.000.000 ກີບ ຫາ 300.000.000 ກີບ ແລະ ມາດຕາ 243 ການຍາດຊິງຊັບ ຫລື ການບັງຄັບເອົາ
ຊັບ ຈະຖືກຈຳຄຸກ 2 ປີ ຫາ 5 ປີ ແລະ ຖືກປັບໃໝ່ ແຕ່ 20.000.000 ຫາ 50.000.000 ກີບ.ເພື່ອຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ຂໍທຸກຄົນ ຈົ່ງຊ່ວຍກັນເປັນຫູເປັນຕາ ເປັນກະບອກສຽງ, ມີສະຕິລະວັງຕົວ ແລະ ສະກັດກັ້ນບໍ່ໃຫ້ເກີດມີປາກົດການ ຫຍໍ້ທໍ້ຂຶ້ນໃນສັງຄົມ.
ຖ້າພົບເຫັນມີເຫດການປຸ້ນຈີ້ ລັກຊັບ ສາມາດຕິດຕໍ່ຫາສາຍດ່ວນຂອງກະຊວງ ປກສ 020 28899447