ຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດ ກົມໃຫຍ່ຕຳຫຼວດ ກະຊວງ ປກສ ໄດ້ລົງໂຄສະນາເຜີຍແຜ່ຜົນຮ້າຍຂອງຢາເສບຕິດ ໃຫ້ພະນັກງານ-ລັດຖະກອນຂອງ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໃນວັນທີ 19 ຕຸລາ 2022, ໂດຍມີ ທ່ານ ບຸນຍອດ ຈັນທະວອນ ຫົວໜ້າຫ້ອງການ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ມີຫົວໜ້າກົມ-ຮອງກົມ, ສະຖາບັນ, ພະແນກ ແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມ.
ພັອ ອິນປົງ ຈັນທະວົງສາ ຫົວໜ້າຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດ ກ່າວວ່າ:
ປັດຈຸບັນ, ບັນຫາຢາເສບຕິດ ໄດ້ແພ່ລະບາດຮ້າຍແຮງ ນັບແຕ່ຕົວເມືອງໃຫຍ່ຈົນຮອດເຂດຊົນນະບົດຫ່າງໄກສອກຫຼີກ, ເຂົ້າເຖິງທຸກເພດ-ໄວ, ທຸກຊັ້ນຄົນໃນທົ່ວສັງຄົມ ນັບແຕ່ນັກຮຽນ-ນັກສຶກສາ, ພໍ່ຄ້າຊາວຂາຍ, ກຳມະກອນ, ຜູ້ວ່າງງານ, ຕະຫຼອດຮອດພະນັກງານ ແລະ ລັດຖະກອນຈຳນວນໜຶ່ງ. ນອກຈາກນັ້ນ, ຢາເສບຕິດຍັງສົ່ງຜົນກະທົບຕໍ່ສຸຂະພາບ ແລະ ຊີວິດຂອງໄວໜຸ່ມ; ເຊິ່ງບັນຫາດັ່ງກ່າວ ເປັນສາເຫດພາໃຫ້ເກີດປະກົດການຫຍໍ້ທໍ້ ແລະ ບັນຫາອາຊະຍາກຳປະເພດຕ່າງໆ ເປັນການກົດໜ່ວງຖ່ວງດຶງການພັດທະນາເສດຖະກິດ, ວັດທະນະທຳ-ສັງຄົມ, ສົ່ງຜົນກະທົບຕໍ່ຄວາມໝັ້ນຄົງທາງດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍ-ປອດໄພຂອງສັງຄົມ.
ໃນໄລຍະຜ່ານມາ, ເຖິງແມ່ນວ່າ ລັດຖະບານ ໄດ້ສຸມໃສ່ຫຼາຍມາດຕະການແກ້ໄຂບັນຫາຢາເສບຕິດ ແຕ່ບັນຫາດັ່ງກ່າວຍັງຈະສືບຕໍ່ເພີ່ມທະວີຄວາມຮຸນ ແຮງ ແລະ ແພ່ລະບາດເປັນວົງກວ້າງ. ດ້ວຍເຫດນັ້ນ, ລັດຖະບານ ຈຶ່ງຖືເອົາການແກ້ໄຂບັນຫາຢາເສບຕິດ ເປັນວຽກງານບູລິມະສິດ, ຈຳເປັນ, ຮີບດ່ວນ ເຊິ່ງໄດ້ຍົກໃຫ້ເປັນ ວາລະແຫ່ງຊາດ ເພື່ອສຸມທຸກກຳລັງແຮງສັງລວມໃນທົ່ວສັງຄົມ ເຂົ້າໃສ່ການແກ້ໄຂບັນຫາສຳຄັນຂອງຊາດ ໃນກໍານົດເວລາທີ່ແນ່ນອນ ແຕ່ປີ 2021-2023.
ຈາກນັ້ນ, ຄະນະຮັບຜິດຊອບ ໄດ້ຜັດປ່ຽນກັນຂຶ້ນບັນລະຍາຍກ່ຽວກັບຜົນຮ້າຍ ແລະ ໄພອັນຕະລາຍຂອງຢາຕິດ, ສາເຫດຕິດຢາເສບຕິດ, ວິທີປ້ອງກັນ, ລວມທັງນິຕິກຳຕ່າງໆທີ່ກ່ຽວພັນກັບຢາເສບຕິດ ເພື່ອໃຫ້ພະນັກງານ-ລັດຖະກອນຮັບຮູ້, ເຂົ້າໃຈຢ່າງເລິກເຊິ່ງຕໍ່ຜົນຮ້າຍໄພອັນຕະລາຍຂອງຢາເສບຕິດຢ່າງຖືກຕ້ອງ, ຮັບຮູ້ບັນດານິຕິກຳ, ຂໍ້ຫ້າມ, ໂທດໃນການກະທຳຜິດກ່ຽວກັບຢາເສບຕິດ ແລະ ມີສະຕິເຄົາລົບກົດໝາຍ.
ພ້ອມນັ້ນ, ຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດ ໄດ້ມອບແຜ່ນໂປສເຕີ ແລະ ປຶ້ມກົດໝາຍ ວ່າດ້ວຍ ຢາເສບຕິດ ໃຫ້ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ນຳໄປເຜີຍແຜ່ໃຫ້ພະນັກງານ-ລັດຖະກອນ ໄດ້ຮັບຮູ້ຜົນຮ້າຍໄພອັນຕະລາຍຂອງຢາເສບຕິດ ແລະ ມາດຕະການຂໍ້ຫ້າມຕ່າງໆກ່ຽວກັບຢາເສບຕິດຢ່າງທົ່ວເຖິງ.