ເຕືອນ ໃຜທີ່ມັກໄປໃສຄົນດຽວຕ້ອງລະວັງຖືກທຳຮ້າຍຮ້າງກາຍ ແລ້ວເອົາລົດໄປ ແຕ່ສຸດທ້າຍໄປບໍ່ລອດຖືກຈັບໄດ້

0
90

ເຕືອນສັງຄົມ!!ຜູ້ເດີນທາງຜູ້ດຽວໃນເສັ້ນທາງບ້ານນ້ຳປູນອ້ຍ-ບ້ານໂພນລະຫວາງ ເມືອງແມດ ແຂວງວຽງຈັນ ມີໂຈນລັດເອົາລົດຈັກ

ເວລາປະມານ 20:06 ໂມງວັນທີ 21 ຕຸລາ 2022 ມີຜູ້ໃຊ້ເຟສບຸກຊື່ ປາ ກີ່ ‘ໂຕດຳ ໄດ້ເຜີຍແຜ່ເຫດ ການທີ່ເປັນປາກົດການຫຍໍ້ທໍ້ເກີດຂຶ້ນໃນຄອບຄົວຕົນເອງ ທັງເຕືອນສັງຄົມໂດຍສະເພາະຜູ້ຈະເດີນທາງຜູ້ດຽວໃນເສັ້ນທາງລະຫວ່າງກາງບ້ານນ້ຳປູນອ້ຍ-ບ້ານໂພນລະຫວາງ ເມືອງແມດ ແຂວງວຽງຈັນ ໃຫ້ມີສະຕິລະວັງຕົວ ແລະ ລະມັດລະວັງທີ່ສຸດ.

ເຫດການນີ້ເກີດຂຶ້ນໃນຂະນະພໍ່ຂອງຜູ້ໃຊ້ເຟສບຸກຊື່ ປາ ກີ່ ‘ໂຕດຳ ຂີ່ລົດຈັກເວບ 100 ໄປຊື້ເຂົ້າ ແລະ ພໍໄປຮອດລະຫວ່າງກາງບ້ານນ້ຳປູນອ້ຍ-ບ້ານໂພນລະຫວາງເມືອງແມດ

ແຂວງວຽງຈັນ, ມີຄົນຮ້າຍ 2 ຄົນ ຂີ່ລົດນຳມາເພື່ອຂໍນ້ຳມັນລົດ, ແຕ່ພໍ່ຜູ້ກ່ຽວບໍ່ຈອດ. ຈາກນັ້ນ, ຄົນຮ້າຍເລີຍດຶງຄໍລົດຈົນລົ້ມແລ້ວຕີພໍ່ຜູ້ກ່ຽວແລະ ເອົາລົດໜີໄປທາງບ້ານສີສະອາດເໜືອ(ທາງເຮືອນຕົນເອງ). ພາຍຫລັງພໍ່ຜູ້ກ່ຽວໄດ້ສະຕິ ກໍຮີບໂທຫາໃຫ້ໄປລັດເອົາລົດຄືນ ແລະ ສຸດທ້າຍ ກໍໄລ່ທັນຈັບໄດ້ 1 ຄົນ, ສ່ວນອີກ 1 ຄົນໜີໄປໄດ້.


ເຕືອນ ໃຜທີ່ມັກໄປໃສຄົນດຽວຕ້ອງລະວັງຖືກທຳຮ້າຍຮ້າງກາຍ ແລ້ວເອົາລົດໄປ ແຕ່ສຸດທ້າຍໄປບໍ່ລອດຖືກຈັບໄດ້


ເຕືອນ ໃຜທີ່ມັກໄປໃສຄົນດຽວຕ້ອງລະວັງຖືກທຳຮ້າຍຮ້າງກາຍ ແລ້ວເອົາລົດໄປ ແຕ່ສຸດທ້າຍໄປບໍ່ລອດຖືກຈັບໄດ້


ເຕືອນ ໃຜທີ່ມັກໄປໃສຄົນດຽວຕ້ອງລະວັງຖືກທຳຮ້າຍຮ້າງກາຍ ແລ້ວເອົາລົດໄປ ແຕ່ສຸດທ້າຍໄປບໍ່ລອດຖືກຈັບໄດ້

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.