ສາທຸບຸນນໍາເດີ້ ພົບຫົວພຣະຍານາກ ໂຜ່ຂື້ນມາວັດຫລວງປູ່ທິມ ມີກົບຍັກສີທອງຢູ່ຂ້າງໆ

0
136

ຫົວພຣະຍານາກ ໂຜ່ຂື້ນມາວັດຫລວງປູ່ທິມ ມີກົບຍັກສີທອງຢູ່ຂ້າງໆ ເຮັດໃຫ້ພໍ່ແມ່ປະຊາຊົຢູ່ເຂດໃຫ້ຄຽງແຕກຕື່ນ ແລະ ພາດກັນມາບູຊາກັນຫຼາຍ

ວັນທີ 22 ຕຸລາ ເປັນມື້ດີຫລາຍ ຮູບນີ້ຂື້ນຫນ້າປົກທ່ານ ໂປດຢ່າເລື່ອນຜ່ານ ທ່ານກຳລັງຈະມີໂຊກ ປາສະຈາກໂລກໄພໄຂ້ເຈັບ ມີແຕ່ຄວາມສຸກຄວາມຈະເລີນ ຂໍໃຫ້ລູກມີແຕ່ສິ່ງດີໆເຂົ້າມາຫາ

ຈັບເງິນເເສນເງິນລ້ານ ພາຍໃນ 3-7 ມື້ ໃຜສາທຸ ຂໍໃຫ້ສົມຫວັງທຸກປະການດ້ວຍເທີ້ນ ຮ່ວມອະນຸໂມທະນາສາທຸ ກະລຸນາຊ່ວຍແຊຣເພື່ອນຳໂຊກໄຊນຳກັນເດີ້ ສາທຸ

ເປີດຕຳນານພະຍານາກ. ນາກ (ພະຍານາກ) ຫຼືເອີ້ນອີກຊື່ໜື່ງວ່າ ພະຍານາກຄະຣາຊ ມີລັກສະນະຄ້າຍຄື ງູໃຫ່ຍມີຫງອນ ເຊິ່ງປຽບເໝືອນສັນຍາລັກແຫ່ງຄວາມຍິ່ງໃຫ່ຍ, ຄວາມອຸດົມສົມບູນ, ຄວາມມີວາດສະໜາ ນາກເປັນເທບພະເຈົ້າແຫ່ງນ້ຳ, ບາງຕຳນານກໍ່ວ່າເປັນເທບພະເຈົ້າແຫ່ງທ້ອງຟ້າ ເນື່ອງຈາກ ພະຍານາກ ມີລິດເດດສາມາດຄວບຄຸມສາຍນ້ຳ ແລະ ເຮັດໃຫ້ທ້ອງຟ້າປັ່ນປ່ວນໄດ້, ສາມາດດົນບັນດານໃຫ້ຝົນຕົກໄດ້ຕາມທີ່ຕ້ອງການ ແລະ ຍັງມີວິຊາອາຄົມ ສາມາດແປງກາຍໄດ້ອີກນາໆປະການ ຕຳນານຄວາມເຊື່ອເລື່ອງພະຍານາກມີຄວາມເກົ່າແກ່ຫຼາຍ ບາງທີ່ອາດຈະມີຢູ່ກ່ອນສະໃໝພຸດທະການກໍເປັນໄປໄດ້

ຈາກການສຶບຄົ້ນໄດ້ໃຫ້ຮູ້ວ່າ ພະຍານາກມີຕົ້ນກຳເນີດມາຈາກອິນເດຍໃຕ້ ເນື່ອງຈາກພູມສັນຖານຂອງປະເທດເປັນປ່າດົງຕຶບໜາ ຈຶ່ງເຮັດໃຫ້ມີງູອາໄສຢູ່ເປັນຈຳນວນຫຼາຍ ງູໄດ້ມີການປ່ຽນແປງທາງດ້ານກາຍຍະພາບ(ຮູບຮ່າງ) ເພື່ອການດຳລົງຊິວິດ ເຮັດໃຫ້ມີພິດຮ້າຍແຮງ ງູຈຶ່ງເປັນສັດທີ່ຜູ້ຄົນໃຫ້ການນັບຖືວ່າມີອຳນາດ ຊາວອິນເດຍໃຕ້ຈື່ງນັບຖືງູເປັນສັດທີ່ສັກສິດຊະນິດໜື່ງໃນເທບນິຍາຍ ແລະ ຕຳນານພື້ນບ້ານ ບາງຄົນກໍ່ເວົ້າວ່າເປັນສັດໃນປ່າຫິນມະພານ ມີຄວາມເຊື່ອເລື່ອງພະຍານາກແຜ່ຫຼາຍໃນຂົງເຂດຕ່າງໆ ຈົ່ງທົ່ວທະວີບເອເຊຍ ໂດຍມີຊື່ເອີ້ນແຕກຕ່າງກັນອອກໄປ

ຕົ້ນກຳເນີດຄວາມເຊື່ອເລື່ອງພະຍານາກ ອາດຈະຢູ່ທີ່ອິນເດຍ ເນື່ອງຈາກມີນິຍາຍຫຼາຍເລື່ອງເລົ່າເຖິງພະຍານາກ ໂດຍສະເພາະໃນມະຫາກາບມະຫາກາຮະຕະ ຊຶ່ງເລົ່່າວ່າເປັນສັດຕູກັບພະຍາຄຸດ ແລະ ໃນຕຳນານພຸດທະປະຫວັດຂອງພະພຸດທະເຈົ້າ ກໍ່ເລົ່າເຖິງພະຍານາກໄວ້ຫຼາກຫຼາຍເທື່ອ ເຊັ່ນ: ພະຍານາກ ແປງກາຍມາຂໍບວດເພື່ອສຶກສາທຳມະ ໆລໆ
ໃນເອເຊຍຕະເວັນອອກສຽງໃຕ້ຍັງມີຕຳນານເລື່ອງພະຍານາກຢ່າງແຜ່ຫຼາຍ ຊາວບ້ານໃນຂົງເຂດນີ້ເຊື່ອວ່າ ພະຍານາກ ອາໄສຢູ່ໃນແມ່ນ້ຳຂອງ ຫຼື ເມືອງບາດານ ແລະ ເຊື່ອກັນວ່າມີຄົນເຄີຍເຫັນຮອຍພະຍານາກຂື້ນມາໃນມື້ອອກພັນສາ ໂດຍຈະມີລັກສະນະຄ້າຍຄືຮອຍງູຂະໜາດໃຫ່ຍ ດັ່ງນັ້ນ ເມື່ອລົງໄປຫຼີ້ນນ້ຳໃນນ້ຳຂອງຄວນຍົກມືໄຫ້ວເພື່ອເປັນການສັກກະລະສິ່ງສັກສິດ

ລັກສະນະຂອງພະຍານາກຕາມຄວາມເຊື່ອໃນແຕ່ລະຂົງເຂດຈະແຕກຕ່າງກັນອອກໄປ ແຕ່ມີລັກສະນະພື້ນຖານຄື ພະຍານາກ ຈະມີລັກສະນະເປັນ ງູໂຕໃຫ່ຍ ມີຫງອນສີທອງ ແລະ ຕາສີແດງ ມີເກັດຄືປາ ມີຫຼາຍສີແຕກຕ່າງກັນໄປຕາມບາຮະມີ ບາງຄົນກໍວ່າມີສີຂຽວ, ບາງຄົນກໍວ່າມີສີດຳ ຫຼື ບາງຄົນກໍວ່າມີ 7ສີ ແລະ ສິ່ງສຳຄັນຄື ນາກຕະກູລທຳມະດາຈະມີຫົວດຽວ ແຕ່ຕະກູລທີ່ສູງຂື້ນໄປຈະມີ 3ຫົວ, 5ຫົວ, 7ຫົວ ແລະ 9ຫົວ ນາກຈຳພວກມີຕະກູລແມ່ນຈະສືບເຊື້ອສາຍມາຈາກ ພະຍາເວສະນາຄະຣາຊ (ອະນັນຕະນາກຄະຣາຊ) ຜູ້ເປັນບັນລັງຂອງພະວິສຸນາຮາຍປົມມະນາດ ເລົ່າກັນວ່າມີກາຍໃຫ່ຍໂຕມະໂຫລານ ມີຄວາມຍາວບໍ່ສິ້ນສຸດ ມີ1000ຫົວ ພະຍານາກນັ້ນ ມີເກີດທັງໃນນ້ຳ, ເທິງບົກ, ເກີດຈາກການຕັ້ງທອ້ງ ແລະ ເກີດຈາກໄຂ່ ມີອິດທິລິດສາມາດບັນດານໃຫ້ເກີດຄຸນ ແລະ ໂທດໄດ້ ນາກມັກຈະແປງກາຍເປັນຄົນຮູບຮ່າງສວຍງາມ

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.