ບຸນຍິ່ງໃຫ່ຍທີ່ສຸດແລ້ວ ມອບເງິນໃຫ້ແມ່ທຸກເດືອນຊີວິດມີແຕ່ຈະເລີນໆ

0
99

ມື້ນີ້ມີເລື່ອງທີ່ດີຢາກໃຫ້ໄດ້ອ່ານກັນ ແຖມມີຂໍ້ຄິດດີດີຈາກເລື່ອງນີ້ບໍ່ຫລາຍກໍ່ໜ້ອຍ ສຳລັບຜູ້ທີ່ລ້ຽງດູພໍ່ແມ່ແຕ່ບໍ່ໄດ້ໃຫ້ເງິນພໍ່ແມ່ໄວ້ໃຊ້ເລີຍ

ອາດຈະຄິດວ່າເຮົາກໍລ້ຽງດູທ່ານຢູ່ທຸກໆມື້ຢູ່ແລ້ວ ທຸກສິ່ງຢ່າງກໍ່ກຽມໄວ້ໃຫ້ພ້ອມລອງອ່ານເລື່ອງນີ້ເບິ່ງຄວາມຄິດ ທ່ານອາດປ່ຽນໄປເລີຍກໍ່ໄດ້ ອາຈານຂອງຂ້ອຍທ່ານໃຫ້ເງິນເດືອນພໍ່ແມ່ເດືອນລະພັນບາດ(ຕົກເປັນເງິນກີບປະມານ 270,000 ກີບ )ເປັນ ປະຈຳທຸກເດືອນ ຂ້ອຍສົງໃສ?

ເປັນຫຍັງຕ້ອງໃຫ້ເງິນພໍ່ແມ່ ເດືອນລະພັນ? ໃນເມື່ອແມ່ກໍ່ຢູ່ບ້ານຫລັງດຽວ ກັບອາຈານຢູ່ແລ້ວ ຄ່າໃຊ້ຈ່າຍສຳຫລັບທ່ານອາຈານກໍ່ຈັດການທັງໝົດ ຢູ່ແລ້ວ ມື້ໜຶ່ງມີໂອກາດເໜາະ ຂ້ອຍຈຶ່ງຕັດສິນໃຈຖາມອາຈານວ່າ

“ອາຈານກຳລັງເຮັດຫຍັງຢູ່?” ອາຈານຕອບວ່າ “ອາຈານກຳລັງຕັດລາຍຈ່າຍຢູ່? ຂ້ອຍຕ້ອງຈ່າຍຄ່າແມ່ຄົວ ຄົນຂັບລົດ ຄົນສວນ ຄ່າໃຊ້ຈ່າຍໃນບ້ານ ແລະໃຫ້ແມ່ອີກເດືອນລະພັນບາດ?ຕອນນີ້ລາຍໄດ້ກັບລາຍຈ່າຍມັນ ບໍ່ຄ່ອຍສຳພັນກັນ ຕ້ອງຕັດລາຍຈ່າຍລົງແດ່”

ຂ້ອຍເລີຍບອກວ່າ “ເິງນເດືອນທີ່ໃຫ້ແມ່ພັນໜຶ່ງ ຕັດໄດ້ຢູ່ເດ? ອາຫານ 3 ມື້ ອາຈານ ກໍ່ຈັດໃຫ້ທ່ານຮຽບຮ້ອຍ ເສື້ອຜ້າກໍຊື້ໃຫ້ໃໝ່ປີລະ 3 ຊຸດ ບໍ່ສະບາຍ ອາຈານກໍພາຫມໍມາຫາ ມາປິ່ປົວ ມາຊັກຢາໃຫ້ ແມ່ຕາບອດບໍ່ໄດ້ໄປໃສ

ສະນັ້ນເງິນເດືອນພັນ ນີ້ຕັດໄດ້ຢູ່ຕີ ອາຈານ” ອາຈານບອກວ່າ “ຕັດບໍ່ໄດ້ເດັດຂາດພັນບາດ ນີ້ສຳຄັນທີ່ສຸດ ເພາະເປັນເງິນ ສຳລັບລ້ຽງຫົວໃຈແມ່!” ຂ້ອຍຟັງແລ້ວຕື້ນຕັນໃຈຫລາຍ! “ເງິນລ້ຽງຫົວໃຈແມ່?”

ພວກເຮົາເຄີຍໄດ້ຍິນບໍ່? ອາຈານບອກຕໍ່ວ່າ ຫົວໃຈຕ້ອງການອາຫານ. ທີ່ມາຫລໍ່ລ້ຽງໃຫ້ເຕັມອີ່ມ ເບີກບານ ເປັນສຸກ ? ທ່ານລອງນຶກເບິ່ງ. ຄົນທີ່ບໍ່ມີເງິນຢູ່ໃນຕົວເລີຍນີ້ເປັນແບບໃດ? ຫົວໃຈມັນແຟບ ຫົວໃຈມັນຈະເສົ້າ ຄືດັ່ງດອກໄມ້ຍາມເຢັນ.

ໃຜທີ່ເປັນມະນຸດເງິນເດືອນຈະຮູ້ດີເລີຍ ວນັທີ່ 25 ໄປແລ້ວນີ້ ມັນເສົ້າໆແບບຜິດປົກກະຕິ ບໍ່ມີເງິນຄ່າລົດ ຄ່າອາຫານຊື້ເຂົ້າສານມັນເສົ້າໄປຈົນຮອດສິ້ນເດືອນ ແມ່ຢູ່ກັບເຮົາກໍ່ແມ່ນຢູ່ ແຕ່ຖ້າແມ່ບໍ່ມີເງິນຢູ່ໃນມືນີ້ ຫົວໃຈທ່ານເສົ້າໆ ພໍເຖິງວັນເງິນເດືອນອອກ

ທຸກຄົນໜ້າບານຄືດັ່ງດອກໄມ້ຍາມເຊົ້າ ຈິດໃຈສົດຊື່ນເບີກບານ ມີຄວາມສຸກ. ຮັບເງິນເດືອນມາໃໝ່ໆ ໜ້າສົດໃສ ສັ່ງກາແຟຍັງສຽງດັງຟັງຊັດ!

ທຸກສິ້ນເດືອນພໍເງິນເດືອນອອກຂ້ອຍເຂົ້າໄປສະບາຍດີແມ່ ບອກແມ່ວ່າ ມື້ນີ້ເງິນເດືອນອອກແລ້ວ ຂ້ອຍເອົາເງິນໃສ່ມື້ແມ່ 1000 ບາດແມ່ໃຫ້ພອນ ແລ້ວກໍ່ເກັບເງິນໄວ້ໃຕ້ ໝອນໄວ້ຢ່າງມີຄວາມສຸກ 1000 ບາດ ລ້ຽງຫົວໃຈແມ່ແບບໃດ?  ມື້ໜຶ່ງນ້ອງຂອງອາຈານ

ພາເມຍໄປເກີດລູກ ແມ່ກໍ່ຊື້ທອງໃຫ້ .ຫລາຍດ້ວຍເງິນ 1000 ບາດ ທີ່ເກັບສະສົມໄວ້ ທ່ານກອດຫລາຍສາວ ສວມສ້ອຍໃຫ້ພ້ອມໃຫ້ພອນ ພໍເດັກຄົນນີ້ໃຫ່ຍພໍເວົ້າໄດ້

ມີຄົນຖາມວ່າສາຍສ້ອຍນີ້ໃຜຊື້ໃຫ້ . ເດັກກໍ່ຈະຕອບວ່າ “ຍ່າຊື້ໃຫ້” . ຊີ້ມື້ໄປທີ່ຄົນຕາບອດ . ຄົນທີໃຫ່ຍທີ່ສຸດໃນບ້ານຄື ຍ່າບໍ່ແມ່ນພໍ່ແມ່ ເພາະເງິນພັນບາດນີ້ເຮັດໃຫ້ . ຄົນຕາບອດ ເບິ່ງນ່ານັບຖື . ຖ້າຍ່າບໍ່ມີເງິນ ຈະຮັບຂວັນຫລານໄດ້ ແບບໃດ?ເຫັນບໍ່ວ່າເງິນເດືອນພັນບາດທີ່ເຮົາໃຫ້ເປັນຂັ້ນໄດພາແມ່ໄປສະຫວັນ? ນີ້ຖ້າແມ່ບໍ່ມີເງິນໃນມືແມ່ຈະໄດ້ເຮັດບຸນບໍ?  ນາຍບ້ານຮັບເງິນສຳເລັດ

ກໍ່ເດີນຜ່ານໄປບ້ານຖັດໄປ ລຸງແກ່ໆ ບ້ານນັ້ນກຳລັງ ເກັບຜ້າຢູ່ໃນບ້ານ ນາຍບ້ານຕະໂກນ ຂ້າມຮົ້ວ ເຮັດບຸນສ້າງສວນບໍ່ລຸງ?ລຸງຂ້າງບ້ານຕອບ “ລຸງບໍ່ມີເງິນດອກ ລຸງອາໄສລູກສາວເຂົາຢູ່.

ດຽວເພື່ອລູກສາວເຂົາກັບມາ ທັນຈະຂໍເງິນເຂົາເຮັດບຸນ” ເພາະລູກເຂົາບໍ່ໄດ້ໃຫ້ເງິນເດືອນລຸງ . ລຸງຄົນນີ້ເປັນພຽງແຄ່ຄົນເກັບຜ້າຂອງລູກໆລຸງຄົນນີ້ບໍ່ມີເງິນ ເພາະລູກເອົາມາລ້ຽງເອົາໄວ້ຄອຍເກັບຜ້າ! ເປັນແບບໃດບາດນີ້ ເຫັນອິດທິລິດຂອງເງິນພັນບາດບໍ?

ນີ້ແຫລະ ຈຶ່ງເປັນທີ່ມາເປັນຫຍັງຈຶ່ງເອີ້ນວ່າ:“ເງິນລ້ຽງຫົວໃຈແມ່”.  ມາຮອດນີ້ ກໍຈົບລົງແລ້ວ ຖ້າທ່ານຄິດວ່າບົດຄວາມນີ້ມີຂໍ້ດີ ກະລຸນາແຊຕໍ່ໃຫ້ຄົນທີ່ທ່ານຮັກ ໄດ້ອ່ານ ຂໍຂອບໃຈ

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.