ຂ່າວດ່ວນ! ສາຍການບິນ Korean Air ເຈືອກອອກນອກລັນເວ ຂະນະລົງຈອດ ທີ່ສະໜາມບິນສາກົນແມດຕັນ-ເກາະເຊບູ ປະເທດຟີລິບປິນ ເຄື່ອງບິນໄດ້ຮັບຄວາມເສຍຫາຍໜັກ
ເຫດເກີດເມື່ອຄືນນີ້ເວລາ 23:07 ໂມງ Korean air ລຸ້ນແອບັສ A330-300 ທະບຽນ HL7525 ຖ້ຽວບິນ KE631 ຈາກສະໜາມບິນອິນຊອນ-ແມດຕັນເຊບູ ເວລາ 23:07 ໂມງ ວັນທີ 23.10.2022
ເຄື່ອງບິນພະຍາຍາມບິນວົນອ້ອມລົງຈອດ 3 ຄັ້ງ ເນື່ອງຈາກສະພາບອາກາດຜັນຜວນມີຝົນຕົກໜັກ ແລະ ໄດ້ເກີດອຸບັດຕິເຫດເຈືອກອອກນອກລັນເວ ຂະນະລົງຈອດ
ຕໍ່ມາເວລາ 02:20 ໂມງເຊົ້າ ວັນທີ 24/10/2022 ຕາມເວລາໃນຟີລິບປິນ ເຈົ້າໜ້າທີ່ສະໝາບິນສາກົນແມດຕັນເຊບູ (MCIAA) ຖະແຫຼງວ່າ ຜູ້ໂດຍສານທັງໝົດຢູ່ຖ້ຽວ
ບິນດັ່ງກ່າວ 173 ຄົນ, ໃນນີ້ຜູ້ໂດຍສານ 162 ຄົນ (ເດັກນ້ອຍ 2 ຄົນ) ແລະ ລູກເຮືອ 11 ຄົນ ໄດ້ຮັບການອົບພະຍົກໄປຍັງອາຄານຜູ້ໂດຍສານຂອງສະໜາມບິນໄດ້ຢ່າງປອດໄພ ເພື່ອປະເມີນເບິ່ງອາການທາງການແພດ.
ທີ່ມາຂ່າວຈາກ: World forum, Reuters