ຂໍ້ຕົກລົງ ວ່າດ້ວຍການອະນຸມັດໃຫ້ສະມາຄົມກິລາ-ວັນນະຄະດີພື້ນເມືອງແຂວງຊຽງຂວາງ ຈັດງານເທດສະການບຸນກິນຈຽງ(ນໍ່ເປ້ເຈົາ) ຊົນເຜົ່າມົ້ງ ປະຈຳປີ ພສ 2565-2566; ຄສ 2022-2023
ເຈົ້າແຂວງ ແຂວງຊຽງຂວາງ ໄດ້ອອກຂໍ້ຕົກລົງ ດັ່ງມີລາຍລະອຽດຕໍ່ໄປນີ້: ມາດຕາ 01: ອະນຸມັດໃຫ້ສະມາຄົມກິລາ-ວັນນະຄະດີພື້ນເມືອງ ແຂວງຊຽງຂວາງ ຈັດງານເທດສະການບຸນກິນຈຽງ ຊົນເຜົ່າມົ້ງ ແລະ ວາງສະແດງສິນຄ້າຜະລິດຕະພັນຕ່າງໆປະຈຳປີ ພສ 2565-2566; ຄສ 2022-2023 ທີ່ເດີ່ນສະມາຄົມກິລາ-ວັນນະຄະດີ
ພື້ນເມືອງແຂວງ ບ້ານຍວນ ເມືອງແປກ ແຂວງຊຽງຂວາງ ເລີ່ມແຕ່ວັນທີ 25-29 ທັນວາ 2022 (ເປັນເວລາ 5 ວັນເຕັມ).
ມາດຕາ 02: ມອບໃຫ້ແນວລາວສ້າງຊາດແຂວງ, ພະແນກພາຍໃນແຂວງ, ພະແນກອຸດສາຫະກຳ-ການຄ້າແຂວງ, ພະແນກຖະແຫຼງຂ່າວວັດທະນະທຳ ແລະ ທ່ອງທ່ຽວແຂວງ, ພະແນກສຶກສາທິການ ແລະ ກິລາແຂວງ, ກອງບັນຊາ
ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ພະແນກສາທາລະນະສຸກແຂວງ, ສະມາຄົມກິລາ-ວັນນະຄະດີພື້ນເມືອງແຂວງ, ແນວລາວສ້າງຊາດເມືອງແປກ, ຫ້ອງການພາຍໃນເມືອງແປກ, ອົງການປົກຄອງບ້ານຍວນ ແລະ
ພາກສ່ວນທີ່ກ່ຽວຂ້ອງເປັນເຈົ້າການຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີ.ສໍາລັບງົບປະມານຮັບໃຊ້ໃນການເວນຍາມ ແລະ ອື່ນໆ ແມ່ນມອບໃຫ້ສະມາຄົມເປັນຜູ້ຮັບຜິດຊອບ.
ມາດຕາ 03: ພາກສ່ວນທີ່ກ່ຽວຂ້ອງຈົ່ງຮັບຮູ້ ແລະ ພ້ອມກັນຈັດຕັ້ງປະຕິບັດຕາມຂໍ້ຕົກລົງສະບັບນີ້ຢ່າງເຂັ້ມງວດ.