ຊົມເຊີຍ ເຈົ້າໜ້າທີ່ ປກສ ເມືອງສິງ ສາມາດມ້າງຄະດີຢາເສບຕິດໄດ້ 6 ເລື່ອງ

0
142

ໃນລະຫວ່າງ ວັນທີ 30 ສິງຫາ-13 ກັນຍາ 2022, ເຈົ້າໜ້າທີ່ ປກສ ເມືອງສິງ ແຂວງຫຼວງນ້ຳທາ ໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງລົງກວດກາ, ຕິດຕາມບັນດາເປົ້າໝາຍເຄື່ອນໄຫວມົ້ວສຸມ, ຊື້-ຂາຍສິ່ງເສບຕິດຢູ່ບັນດາບ້ານ ໃນຂອບເຂດທົ່ວເມືອງສິງ ແລະ ສາມາດມ້າງຄະດີຢາເສບຕິດໄດ້ທັງ ໝົົດ 6 ເລື່ອງ, ຈັບຜູ້ຖືກຫາໄດ້ 8 ຄົນ ພ້ອມຂອງກາງຢາບ້າທັງໝົດ 1.105 ເມັດ.

ພັຕ ຖາວອນ ພົມມະຈັນ ຮອງຫົວໜ້າພະແນກຕຳຫຼວດ ປກສ ເມືອງສິງ ໃຫ້ຮູ້ວ່າ: ພາຍຫຼັງສືບຮູ້ການເຄື່ອນໄຫວຂອງບັນດາເປົ້າໝາຍ ຈຶ່ງໄດ້ແຕ່ງຕັ້ງເຈົ້າໜ້າທີ່ວິຊາສະເພາະ ສົມທົບກັບພາກສ່ວນກ່ຽວຂ້ອງແກ້ໄຂເປົ້າໝາຍດັ່ງກ່າວໄດ້ 6 ເລື່ອງ ສາມາດຈັບຜູ້ຖືກຫາ 8 ຄົນຊື່ ທ້າວ ເຈີໂອະ ອາຍຸ 44 ປີ ບ້ານລໍມື, ຖືກກັກໃນວັນທີ 30

ສິງ ຫາ 2022 ພ້ອມຂອງກາງຢາເສບ ຕິດປະເພດຢາບ້າ 86 ເມັດ; ນາງ ມີພາ ອາຍຸ 35 ປີ ບ້ານລໍມື ຖືກກັກໃນວັນ ທີ 31 ສິງຫາ 2022 ພ້ອມຢາບ້າ 796 ເມັດ; ທ້າວ ອາລູ ອາຍຸ 35 ປີ, ທ້າວ ຈາ ຊາ ອາຍຸ 28 ປີ ແລະ ທ້າວ ລໍອູ ອາຍຸ 49 ປີ ທັງ 3 ຄົນ ຢູ່ບ້ານຈ່າ ພູກືນ ຖືກກັກໃນວັນທີ 31 ສິງຫາ 2022 ພ້ອມຢາບ້າ 30

ເມັດ; ນາງ ອາໂພ ອາຍຸ 47 ປີ ບ້ານລໍມື ຖືກກັກໃນວັນທີ 3 ກັນຍາ 2022 ພ້ອມຢາບ້າ 16 ເມັດ; ທ້າວ ເດັນ ອາຍຸ 18 ປີ ຢູ່ບ້ານຫົວຂົວຖືກກັກໃນວັນທີ 7 ກັນຍາ 2022 ພ້ອມຢາ ບ້າ 173 ເມັດ; ທ້າວ ຊຽງສຸກ ອາ ຍຸ 22 ປີ ບ້ານຈຽງຢືນ ຖືກກັກໃນວັນທີ 13 ກັນຍາ 2022 ພ້ອມຢາບ້າ 4 ເມັດ.

ປັດຈຸບັນ, ຜູ້ຖືກຫາ ທັງ 8 ຄົນ ພ້ອມຂອງກາງຢາບ້າ 1.105 ເມັດ, ເຈົ້າໜ້າທີ່ພະແນກຕຳຫຼວດ ປກສ ເມືອງສິງ ໄດ້ມອບໃຫ້ພະແນກທີ່ກ່ຽວຂ້ອງ ປກສ ແຂວງຫຼວງນ້ຳທາ ສືບຕໍ່ດຳເນີນການຂະຫຍາຍຜົນຕິດຕາມຈັບພັກພວກກຸ່ມແກ້ງມາດຳເນີນຄະດີຕາມກົດໝາຍ.

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.