ວັນທີ 11 ຕຸລາ 2022, ຫ້ອງການ ປກສ ບໍລິການປະຊາຊົນ ກຸ່ມບ້ານນໍ້າເງິນ ເມືອງວຽງພູຄາ ແຂວງຫຼວງນ້ຳທາ ໄດ້ນຳອາວຸດລ່າເນື້ອທີ່ເກັບທ້ອນໂຮມຈາກປະຊາຊົນ 6 ບ້ານ ມາມອບໃຫ້ກອງບັນຊາການ ປກສ ເມືອງວຽງພູຄາ, ໂດຍມີ ພັທ ທອງຫອມ ທັນອໍລະພິມ ຮອງກອງບັນຊາການ ປກສ ເມືອງ, ມີຫົວໜ້າ-ຮອງພະແນກຫົວໜ້າ-ຮອງ ປກສ ກຸ່ມບ້ານ ບໍລິການປະຊາຊົນຕະຫຼອດຮອດພະນັກງານເຂົ້າຮ່ວມ.
ຮອ ຄໍາພັນ ສຸວັນໄຊ ຫົວໜ້າ ປກສ ກຸ່ມບ້ານນ້ຳເງິນ ໃຫ້ຮູ້ວ່າ: ອາວຸດລ່າເນື້ອປະເພດປືນເເກັບທີ່ ເກັບທ້ອນໂຮມໄດ້ຈາກພໍ່-ແມ່ປະຊາຊົນ ຈໍານວນ 29 ກະບອກ ເພື່່ອໄປທໍາລາຍຖິ້ມ. ໃນນັ້ນ, ມີບ້ານທົ່ງນາແປນ ຈຳນວນ 8 ກະບອກ, ບ້ານທົ່ງໄຫ 4 ກະບອກ, ບ້ານສະໂກນ 6 ກະບອກ, ບ້ານໄລລອດ 3 ກະບອກ, ບ້ານປາງຊາຍ 4 ກະບອກ ແລະ ບ້ານໂພນທອງ 4 ກະບອກ. ນອກນີ້, ຍັງມີປະຊາຊົນຈຳນວນໜຶ່ງທີ່ມີອາວຸດລ່າເນື້ອໄວ້ຄອບຄອງ ຍັງບໍ່ທັນຢາກໃຫ້ຄວາມຮ່ວມມືຕໍ່ເຈົ້າໜ້າທີ່ໃນການເກັບທ້ອນໂຮມອາວຸດລ່າເນື້ອປະເພດປືນແກັບ, ປືນລົມ, ເຄື່ອງຊ໋ອດປ່າ ແລະ ອື່ນໆ.
ໂອກາດດຽວກັນນີ້, ພັທ ທອງຫອມ ທັນອໍລະພິມ ໄດ້ເນັ້ນໃຫ້ຫົວໜ້າຄະນະ ປກສ ກຸ່ມບ້ານ ສືບຕໍ່ເຮັດວຽກງານການເມືອງ-ແນວຄິດ, ປຸກລະດົມພໍ່-ແມ່ປະຊາຊົນມີສ່ວນຮ່ວມໃນການແກ້ໄຂປະກົດການຫຍໍ້ທໍ້ທຸກຮູບແບບ, ຮັບປະກັນໃຫ້ແກ່ທ້ອງຖິ່ນຮາກຖານມີຄວາມສະຫງົບເປັນລະບຽບຮຽບ ຮ້ອຍ.