ຄະນະບໍລິຫານງານສູນກາງພັກ ຮັບຮອງເອົາ ມາດຕະການອັນຮີບດ່ວນ ໃນໄຕມາດສຸດທ້າຍ ປີ 2022

0
133

ຂປລ. ໃນວາລະດຳເນີນ ກອງປະຊຸມຄົບຄະນະ ປະຈໍາປີ ຄັ້ງທີ 5 ຂອງ ຄະນະບໍລິຫານງານສູນກາງພັກສະໄໝທີ XI ທີ່ຈັດຂຶ້ນ ແຕ່ວັນທີ 13-20 ຕຸລາ 2022 ພາຍໃຕ້ການເປັນປະທານຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ, ເຊິ່ງກອງປະຊຸມ ໄດ້ໃຫ້ທິດຊີ້ນຳລັດຖະບານ ໃນ

ການສືບຕໍ່ຊີ້ນຳ, ຈັດຕັ້ງປະຕິບັດຄາດໝາຍຕ່າງໆ ໃນແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ແລະ ແຜນເງິນຕາ ໃນໄລຍະໄຕມາດສຸດທ້າຍຂອງປີ 2022 ໃຫ້ບັນລຸຕາມແຜນ ທີ່ວາງໄວ້ ໂດຍເດັດດ່ຽວຮັບປະກັນໃຫ້ປະເທດຊາດ ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ, ເສດຖະກິດຂະຫຍາຍຕົວຕໍ່ເນື່ອງ, ເຊິ່ງ

ບັນດາເປົ້າໝາຍ, ທິດທາງລະອຽດແຕ່ລະດ້ານນັ້ນ, ຄະນະບໍລິຫານງານສູນກາງພັກ ໄດ້ເປັນເອກະພາບກັນຮັບຮອງເອົາບັນດາມາດຕະການອັນຮີບດ່ວນສະເພາະໜ້າຄື: ເລັ່ງແກ້ໄຂບັນຫາເຄັ່ງຮ້ອນດ້ານເສດຖະກິດ, ຮັບປະກັນບໍ່ໃຫ້ເກີດມີສະພາບຂາດແຄນນ້ຳມັນເຊື້ອໄຟ ເຊິ່ງຈະສ້າງຄວາມຫຍຸ້ງຍາກຢູ່ປະເທດເຮົາອີກ; ຄວບຄຸມລາຄາສິນຄ້າ,

ຄຸ້ມຄອງເງິນຕາຕ່າງປະເທດ ແລະ ຄຸ້ມຄອງອັດຕາແລກປ່ຽນດ້ວຍບັນດາມາດຕະການທີ່ເຂັ້ມງວດ ຖືກຕ້ອງຕາມກົດໝາຍ ແລະ ລະບຽບການທີ່ວາງອອກ.
ພ້ອມນັ້ນ, ກອງປະຊຸມໄດ້ມອບໃຫ້ລັດຖະບານ ຄົ້ນຄວ້າ, ປັບປຸງ ຄວາມເຂັ້ມງານ ຂອງຄະນະສະເພາະກິດ 36/ນຍ ໃຫ້ລົງເລິກຮັບຜິດຊອບ ຕ້ານໄພເງິນເຟີ້ ແລະ ສືບຕໍ່

ໝູນໃຊ້ບົດຮຽນຂອງປະເທດເພື່ອນມິດ ໃນການແກ້ໄຂບັນຫາດັ່ງກ່າວ; ເລັ່ງຂຸດຄົ້ນແຫລ່ງລາຍຮັບຈາກການສົ່ງອອກ, ດຶງເອົາການຊຳລະສະສາງເຂົ້າຜ່ານລະບົບທະນາຄານ ໃຫ້ໄດ້ຫລາຍຂຶ້ນ; ເລັ່ງຟື້ນຟູຜົນກະທົບຈາກໄພພິບັດທໍາມະຊາດ ເພື່ອກະຕຸ້ນການຜະລິດ, ການດຳລົງຊີວິດຂອງປະຊາຊົນ ໃຫ້ກັບຄືນສູ່ສະພາບປົກກະ ຕິໂດຍໄວ; ກວດຄືນການ

ສະໜອງໄຟຟ້າໃຫ້ໂຄງການລົງທຶນຂະໜາດໃຫຍ່ ເພື່ອຍູ້ແຮງການຜະລິດໃຫ້ແຂງແຮງ; ລົງມືປະຕິຮູບລັດວິສາຫະກິດໄຟຟ້າລາວ, ເຊິ່ງກອງປະຊຸມກົມການເມືອງ ໄດ້ຕົກລົງແລ້ວໃຫ້ຄືບໜ້າໂດຍໄວ; ຍູ້ແຮງການຜະລິດສິນຄ້າພາຍໃນ ເພື່ອທົດແທນການນໍາເຂົ້າ ແລະ ເພື່ອການສົ່ງອອກ ໃຫ້ແຂງແຮງກວ່າເກົ່າ, ເຊິ່ງລັດຖະບານ ໄດ້ຈັດສັນງົບ

ປະມານຈຳນວນໜຶ່ງສະເພາະແລ້ວ ແລະ ໃຫ້ຖືເປັນວຽກງານບຸລິມະສິດໜຶ່ງ ຂອງຂະແໜງການກ່ຽວຂ້ອງຈັດຕັ້ງປະຕິບັດ ໃຫ້ເປັນຈິງໂດຍໄວ; ສືບຕໍ່ສົ່ງເສີມການສ້າງວຽກເຮັດງານທຳ ໃຫ້ຄົນລາວ, ຄຸ້ມຄອງເຂັ້ມງວດແຮງງານຕ່າງປະເທດຢູ່ລາວ; ເລັ່ງລັດກວດກາບັນດາເຂດເສດຖະກິດພິເສດທີ່ມີບັນຫາຫລໍ່ແຫລມ ໃຫ້ເຂົ້າສູ່ລະບຽບຢ່າງເຄັ່ງຄັດ, ບໍ່ປະປ່ອຍໃຫ້ມີການລະເມີດລະ ບຽບກົດໝາຍ.

ສໍາລັບທິດທາງຂອງແຜນພັດທະນາເສດຖະກິດ-ສັງຄົມ ສຳລັບປີ 2023, ສູນກາງພັກໃຫ້ທິດຊີ້ນຳວ່າ: ຕ້ອງສູ້ຊົນຍູ້ແຮງການພັດທະນາເສດຖະກິດ-ສັງຄົມ ໃຫ້ໄປຕາມທິດຂະຫຍາຍຕົວຢ່າງຕໍ່ເນື່ອງ, ມີຄຸນນະພາບ, ໝັ້ນທ່ຽງ ແລະ ມີຄວາມຍືນຍົງ; ສູ້ຊົນໃຫ້ອັດຕາການເຕີບໂຕຂອງເສດຖະກິດ GDP ຂະຫຍາຍຕົວໃນລະດັບ 4,5% ຂຶ້ນໄປເພື່ອ

ນຳສະເໜີຕໍ່ສະພາແຫ່ງຊາດ, ເຊິ່ງເປັນຄາດໝາຍທີ່ມີລັກ ສະນະສູ້ຊົນ, ບຸກບືນສົມຄວນ ໃນເງື່ອນໄຂສະພາບແວດລ້ອມຫາຍດ້ານບໍ່ເອື້ອອໍານວຍ, ແຕ່ພວກເຮົາ ກໍ່ຕ້ອງໄດ້ຕັດສິນໃຈສູງ ເພື່ອຍູ້ແຮງໃຫ້ການພັດທະນາ ຂອງປະເທດເຮົາ ຂະຫຍາຍຕົວຕາມທິດທາງ ທີ່ກໍານົດໄວ້ໃນແຜນ 5 ປີ ແລະ ບັນຫາສຳຄັນອື່ນໆ.

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.