ຄົນເກີດວັນອາທິດ:ການງານຈະເຮັດວຽກຜິດພາດເພາະໄດ້ຂໍ້ມູນຂ່າວສານຄຳສັ່ງທີ່ບໍ່ຊັດເຈນຈາກເຈົ້ານາຍ ການເງິນຄົນລັກສະນະຜິວຂາວຈະອຸປະຖຳດ້ານການເງິນ ຄວາມຮັກຈະພົບຄວາມບໍ່ຊັດເຈນໃນຄວາມສຳພັນຈາກຄົນທີ່ທ່ານຮັກແລະໄວໃຈ ເຄື່ອງມຸງຄຸນແຫວນຄໍາ ສີມຸງຄຸນສີນໍ້າຕານ ເລກນຳໂຊກ1
ຄົນເກີດວັນຈັນ:ການງານລະວັງການລົງທຶນຮ່ວມກັບຫຸ້ນສ່ວນຈະຖືກໂກງຫລືຖືກເອົາປຽບ ການເງິນໄດ້ເງິນກ້ອນໃຫຍ່ແຕ່ກໍຕ້ອງມີເລື່ອງຈ່າຍອອກໄປແບບວ່ອງໄວ ຄວາມຮັກມີໂອກາດພົບຮັກກັບຄົົນທີ່ມີສະເໜ່ ເກັ່ງ ມີຄວາມສາມາດ ເຄື່ອງມຸງຄຸນແຫວນຄໍາ ສີມຸງຄຸນສີນໍ້າຕານ ເລກນຳໂຊກ9
ຄົນເກີດວັນອັງຄານ:ການງານກຳລັງລວບລວມເງິນທຶນເຮັດທຸລະກິດໃໝ່ ການເງິນມື້ນີ້ໂຊກດີຈະໄດ້ເງິນເຂົ້ມາໃຫ້ໄດ້ໃຊ້ຈ່າຍ ຄວາມຮັກຈະພົບສະຖານນະການຮັກຊ້ອນ ອາດເຮັດໃຫ້ທ່ານບໍ່ສົມຫວັງໃນເລື່ອງຄວາມຮັກ ເຄື່ອງມຸງຄຸນຄໍາ ສີມຸງຄຸນສີເຫຼືອງ ເລກນຳໂຊກ2
ຄົນເກີດວັນພຸດ:ການງານໃຊ້ຄວາມສາມາດພິເສດໃນການສ້າງສັນຜົນງານໄດ້ຕາມເປົ້າໝາຍ ການເງິນໂຊກດີຈະພົບຜູ້ຊ່ວຍເຫລືອທາງການເງິນສໍາລັບທ່ານ ຄວາມຮັກໝູ່ເພື່ອນຈະແນະນຳໃຫ້ຮູ້ຈັກຄົນລັກສະນະນິໄສດີ ແລ ເປັນຄົນທີ່ມີສະເໜ່ໃຫ້ທ່ານ ເຄື່ອງມຸງຄຸນເງິນ ສີມຸງຄຸນສີແດງ ເລກນຳໂຊກ5
ຄົນເກີດວັນພະຫັດ:ການງານໄດ້ເຮັດທຸລະກິດຮ່ວມກັບຄອບຄົວຫລືຫຸ້ນສ່ວນຈະເລີນຮຸ່ງເຮືອງໄດ້ຜົນກຳໄລດີ ການເງິນມື້ນີ້ໂຊກດີຈະໄດ້ເງິນກ້ອນໃຫຍ່ເຂົ້າມາໃຫ້ໃຊ້ຈ່າຍ ແຕ່ອາດໄດ້ມາແບບບໍ່ໄດ້ເກັບ ຄວາມຮັກໄລຍະທາງຍັງເປັນອຸປະສັກໃນເລື່ອງຂອງການສ້າງຄວາມສຳພັນ ເຄື່ອງມຸງຄຸນແຫວນຄໍາ ສີມຸງຄຸນສີແດງ ເລກນຳໂຊກ8
ຄົນເກີດວັນສຸກ:ການງານສາມາດເຮັດທຸລະກິດຈະການຄ້າຫລືການສ້າງຜົນງານໄດ້ໂດດເດັ່ນປະສົບຄວາມສຳເລັດດີ ການເງິນພົບເລື່ອງເລັ່ງດ່ວນທີ່ຈຳເປັນຕ້ອງຈ່າຍເງິນອອກໄປຈຳນວນຫລາຍ ຄວາມຮັກພົບເຫດການທີ່ເຮັດໃຫ້ຮູ້ສຶກຜິດຫວັງໃນເລື່ອງຮັກ ເຄື່ອງມຸງຄຸນຫີນນໍາໂຊກສີບົວ ສີມຸງຄຸນເພັດສີແດງ ເລກນຳໂຊກ6
ຄົນເກີດວັນເສົາ:ການງານຍາດພີ່ນ້ອງຂອງທ່ານຈະມາຂໍຮ່ວມຫຸ້ນສ່ວນໃນການເຮັດທຸລະກິດຮ່ວມກັນແຕ່ຕ້ອງລະວັງເລື່ອງຂອງເອກະສານ ການເງິນໄດ້ເງິນເຂົ້າມາກ້ອນໃຫຍ່ແຕ່ກໍຕ້ອງເສຍເງິນອອກໄປເປັນຄ່າໃຊ້ຈ່າຍໃນການຊ່ອມແຊມ ຫລື ເບິ່ງແຍງຕົກແຕ່ງທີ່ຢູ່ອາໄສ ຄວາມຮັກຈະພົບໃຜບາງຄົົນທີ່ຈະເຂົ້າມາໃນຊີວິດແຕ່ທ່ານກໍຍັງປະຕິເສດຄວາມສຳພັນໃນເທື່ອນີ້ ເຄື່ອງມຸງຄຸນຄໍາຝຣັ່ງ ສີມຸງຄຸນສີດໍາ ເລກນຳໂຊກ3