ໃນວັນທີ 16 ກັນຍາ 2022, ເຈົ້າໜ້າທີ່ຕຳຫຼວດບໍລິການປະຊາຊົນ ກຸ່ມບ້ານສີວິໄລ ສົມທົບກັບການຈັດຕັ້ງບ້ານຜາແຕ ເມືອງລອງ ແຂວງຫຼວງນ້ຳທາ ເຄື່ອນໄຫວຕິດຕາມສະພາບພາຍໃນບ້ານ ພົບເຫັນເປົ້າໝາຍສົງໄສ ຈຶ່ງ ເຂົ້າທຳການກວດຄົ້ນຕົວ ທ້າວ ເຈີກອງ ອາຍຸ 60 ປີ ແລະ ທ້າວ ກອງໂຢະ ອາຍຸ 28 ປີ (ພໍ່ລູກ) ພົບເຫັນຂອງກາງຢາບ້າ 101 ເມັດ ຈຶ່ງຈັບພວກກ່ຽວໄປດຳເນີນຄະດີ.
ຜ່ານການສອບສວນ, ພວກກ່ຽວສາລະພາບວ່າ: ຢາບ້າຈໍານວນດັ່ງກ່າວທີ່ເຈົ້າໜ້າທີ່ກວດພົບແມ່ນເປັນຂອງພວກກ່ຽວແທ້; ເຊິ່ງໄລຍະຜ່ານມາ, ທ້າວ ເຈີກອງ ໄດ້ເຄື່ອນໄຫວເສບຢາບ້າມາແຕ່ ປີ 2017 ແລະ ໄດ້ຊື້ຢາບ້າມາຂາຍໃຫ້ໄວລຸ້ນຢູ່ພາຍໃນບ້ານ. ສ່ວນ ທ້າວ ກອງໂຢະ ເລີ່ມເສບຢາບ້າມາແຕ່ປີ 2019 ແລະ ເສບແຕ່ລະຄັ້ງເເມ່ນໄດ້ຂໍນຳຜູ້ເປັນພໍ່ເທື່ອລະ 1-2 ເມັດ.
ຜ່ານມາ, ພວກກ່ຽວທັງສອງຄົນ ເຄີຍຖືກອົງການຈັດຕັ້ງບ້ານກ່າວຕັກເຕືອນໃຫ້ເຊົາພົວພັນຊື້ ແລະ ຂາຍຢາເສບຕິດ, ແຕ່ພວກກ່ຽວຍັງມີພຶດຕິກຳ ເຄື່ອນໄຫວຊື້ຂາຍຢາບ້າ ຈຶ່ງຖືກຈັບຕົວພ້ອມຂອງກາງຢາບ້າ 101 ເມັດ ໄປດຳເນີນຄະດີຕາມກົດໝາຍ.