ເຈົ້າໜ້າທີ່ເລັ່ງຊອກຈັບ ຄົນຮ້າຍລັ ດ ຍ ິ ງປະຊາຊົນເສຍຊີວິດທີ່ບ້ານທົ່ງເໝືອດ ເມືອງກາສີ

0
184

ເຈົ້າໜ້າທີ່ເລັ່ງຊອກຈັບຜູ້ກໍ່ເຫດລັດຍິງປະຊາຊົນຢູ່ເມືອງກາສີ.

ເຈົ້າໜ້າທີ່ຕຳຫຼວດ ກອງບັນຊາການ ປກສ ເມືອງກາສີ ແຂວງວຽງຈັນ ລາຍງານໃຫ້ຮູ້ວ່າ: ໃນວັນທີ່ 25 ຕຸລາ 2022 ຜ່ານມານີ້ ເວລາປະມານ 11 ໂມງ 00 ນາທີ ໄດ້ມີເຫດການຄາດຕະກໍາເກີດຂື້ນຢູ່ບ້ານ ທົ່ງເໝືອດ ເມືອງກາສີ ແຂວງວຽງຈັນ ມີຜູ້ເສຍຊີວິດ 1 ຄົນ ຊື່ ທ້າວ ເພັງ , ອາຍຸ 47 ປີ, ປະຊາຊົນຢູ່ບ້ານທົ່ງເໝືອດ ເມືອງກາສີ ແຂວງວຽງຈັນ ເຊີີີີີ່ງໄດ້ຂັບຂີ່ລົດຈັກເພື່ອຈະໄປຄັງລ້ຽງສັດ ພໍເດີນທາງອອກຈາກບ້ານໃກ້ຈະຮອດຄັງດັ່ງ ໄດ້ຖືກຄົນບໍ່ດີສະກັດລັດຍິງ.

ຜ່ານການລົງກວດກາຊັນນະສູດສະຖານທີ່ເກີດເຫດ, ເຈົ້າໜ້າທີ່ ພົບເຫັນກະສອບລູກປືນ AK (ອາກ່າ) ທີ່ຕົກຢູ່ແຄມທາງຈໍານວນ 07 ກະສອບ ແລະ ກະສອບລູກປືນ 7,65 ຈຳນວນ 07 ກະສອບ, ມີຮ່ອງຮອຍຖືກຍິງຢູ່ຕາມແຂນ, ໃບໜ້າ ແລະ ລໍາຕົວຈຳນວນ 10 ຈຸດ, ປະຈຸບັນເຈົ້າໜ້າທີ່ຕໍາຫຫຼວດພວກເຮົາກຳລັງເກັບກໍາຂໍ້ມູນເພີ່ມຕື່ມ ແລະເລັ່ງຊອກຫາຜູ້ກໍ່ເຫດມາລົງໂທດຕາມລະບຽບກົດໝາຍ.

#ຂ່າວ ປກສ ຂວງວຽງຈັນ.

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.