3 ວັນ ທົ່ວປະເທດ ມີອຸບັດຕິເຫດເກີດຂຶ້ນ 63 ຄັ້ງ ມີຜູ້ເສຍຊີວິດ 11 ຄົນ

0
94

ວັນທີ 22-24 ຕຸລາ 2022, ທົ່ວປະເທດ ມີອຸບັດຕິເຫດເກີດຂຶ້ນ 63 ຄັ້ງ, ມີຜູ້ເສຍຊີວິດ 11 ຄົນ; ໃນນີ້, ແຂວງ ທີ່ມີອຸບັດຕິເຫດເກີດຂຶ້ນ ແລະ ເສຍຊີ ວິດຫຼາຍກວ່າໝູ່ແມ່ນນະຄອນຫຼວງວຽງຈັນ ເກີດຂຶ້ນ 13 ຄັ້ງ ເສຍຊີວິດ 4 ຄົນ.

ເຈົ້າໜ້າທີ່ກົມຕໍາຫຼວດຈະລາຈອນ ລາຍງານວ່າ: ພຽງ 3 ວັນຜ່ານມາ, ທົ່ວປະເທດ ມີອຸບັດຕິເຫດເກີດຂຶ້ນ 63 ຄັ້ງ, ພາຫະນະເປ່ເພທັງໝົດ 97 ຄັນ, ຄົນໄດ້ ຮັບບາດເຈັບທັງໝົດ 104 ຄົນ ແລະ ເສຍຊີວິດ 11 ຄົນ; ແຂວງທີ່ເກີດອຸ ບັດຕິເຫດ ແລະ ມີຜູ້ເສຍຊີວິດ ມີຄື: ນະຄອນຫຼວງວຽງຈັນ ເກີດຂຶ້ນ 13 ຄັ້ງ ເສຍຊີວິດ 4 ຄົນ, ແຂວງຫຼວງພະບາງ ເກີດຂຶ້ນ 10 ຄັ້ງ ເສຍຊີວິດ 2 ຄົນ, ແຂວງສາລະວັນ ເກີດຂຶ້ນ 2 ຄັ້ງ ເສຍຊີວິດ 2 ຄົນ, ແຂວງຈໍາປາສັກ ເກີດຂຶ້ນ 5 ຄັ້ງ ເສຍຊີວິດ 1 ຄົນ, ແຂວງບໍລິຄໍາໄຊ ເກີດຂຶ້ນ 4 ຄັ້ງ ເສຍຊີວິດ 1 ຄົນ.

ສ່ວນແຂວງທີ່ເກີດອຸບັດຕິເຫດຫຼາຍ ແຕ່ບໍ່ມີຄົນເສຍຊີວິດ ມີຄື: ແຂວງວຽງຈັນ ເກີດຂຶ້ນ 9 ຄັ້ງ, ສະຫວັນນະເຂດ 6 ຄັ້ງ, ໄຊຍະບູລີ, ອຸດົມໄຊ, ຫຼວງນໍາທາ ແລະ ແຂວງຊຽງຂວາງ ເກີດຂຶ້ນແຂວງລະ 2 ຄັ້ງ ແລະ ແຂວງໄຊສົມບູນ ເກີດຂຶ້ນ 1 ຄັ້ງ.

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.