ໃນວັນທີ 26/10/2022 ທ່ານ ໂພລ ແຄລີ, ເອກອັກຄະລັດຖະທູດ ອົດສະຕຣາລີ ປະຈຳ ສປປ ລາວ ໄດ້ສົ່ງມອບເຄື່ອງບັນເທົາທຸກ ເພື່ອກະກຽມຄວາມພ້ອມໃນການຕອບໂຕ້ສຸກເສີນ, ມູນຄ່າທັງໝົດ 300.000 AUD (3,2 ຕື້ກີບ) ໃຫ້ແກ່ ທ່ານ ປະເດີມພອນ ສົນທະນີ, ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ທີ່ສະໜາມບິນສາກົນວັດໄຕ. ນອກນັ້ນ, ພົ.ວ ອາລິສັນ ນໍຣີສ, ພົນຈັດຕະວາ ທະຫານເຮືອ ອົດສະຕຣາລີ ແລະ ພັນໂທອາກາດ ລໍເລັນ ແມັກຮາດີ, ທີ່ປຶກສາທູດທະຫານ ປະຈຳ ສປປ ລາວ ພ້ອມດ້ວຍຄະນະ ກໍ່ໄດ້ເຂົ້າຮ່ວມໃນພິທີມອບ-ຮັບ ດັ່ງກ່າວ.
ການຈັດສົ່ງເຄື່ອງບັນເທົາທຸກໂດຍ ກອງທັບອົດສະຕຣາລີ ແມ່ນໜຶ່ງໃນ ກິດຈະກຳການຮ່ວມມືທຸກຂະແໜງການ ຂອງ ລັດຖະບານອົດສະຕຣາລີ ເພື່ອຍົກສູງການຮ່ວມມືລະຫວ່າງ ກະຊວງປ້ອງກັນປະເທດອົດສະຕຣາລີ ກັບບັນດາປະເທດໃນພາກພື້ນ, ລວມທັງ ສປປ ລາວ.
ອົດສະຕຣາລີ ມີຄວາມຍິນດີທີ່ໄດ້ສະໜັບສະໜູນ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເພື່ອການກຽມຄວາມພ້ອມ ໃນການຕອບໂຕ້ສຸກເສີນ ເມື່ອເກີດໄພພິບັດທາງທຳມະຊາດ. ການກະກຽມເຄື່ອງບັນເທົາທຸກໄວ້ລ່ວງໜ້າ ຈະຊ່ວຍໃຫ້ກະຊວງສາມາດຊ່ວຍເຫຼືອປະຊາຊົນທີ່ໄດ້ຮັບຜົນກະທົບໃນການຟື້ນຟູຈາກໄພພິບັດໄດ້ໄວ ແລະ ມີປະສິດທິຜົນ.
ເຄື່ອງບັນເທົາທຸກດັ່ງກ່າວ ລວມມີ: ຊຸດເຄື່ອງໃຊ້ໃນຄົວເຮືອນ, ມຸ້ງ, ຜ້າຫົ່ມ, ເສື່ອນອນ, ຊຸດເຄື່ອງໃຊ້ສຸຂະອະນາໄມ, ແລະ ດອກໄຟທີ່ໃຊ້ພະລັງງານແສງຕາເວັນ ສຳລັບ 560 ຄອບຄົວ, ເຊິ່ງຄາດວ່າ ຜູ້ທີ່ຈະໄດ້ຮັບຜົນປະໂຫຍດຈະມີປະມານ 2.800 ຄົນ.ອົດສະຕຣາລີ ໄດ້ສືບຕໍ່ໃຫ້ການສະໜັບສະໜູນລັດຖະບານ ສປປ ລາວ ໃນຕອບໂຕ້ສຸກເສີນ ແລະ ມະນຸດສະທຳ, ແລະ ການຟື້ນຟູໂດຍຜ່ານແຜນງານການຮ່ວມມືໃນການພັດທະນາຂອງພວກເຮົາ.
ທີ່ມາ: Australia in Laos