ຕອນມີເງິນຂັບ Lexus ໄປທາງໃດ ມີແຕ່ຄົນເອີ້ນຫາ ຕອນລົ້ມມາມີແຕ່ຄົນຕີໂຕອອກຫ່າງ ແຕ່ພວກເຮົາບໍ່ເຄີຍຖິ້ມກັນ ຈົນມີອີກຄັ້ງ

0
70

ຈາກໂພສນີ້ ເປັນຂໍ້ຄິດ ແລະ ເປັນເລື່ອງທີ່ຫຼາຍໆຄົນພົບພໍ້ ຕາຕີບ ຕາຕີບ ຕອນພວກຂ້ອຍມີເງິນຂັບ Lexus ໄປທາງໃດມີແຕ່ຄົນເອີ້ນຫາຢາກເລ່ນນຳ ໄປຫຼີ້ນໃສຜົວຂ້ອຍກະລ້ຽງໝົດພໍຕອນຜົວຂ້ອຍເຂົ້າຄ່າສິໂນ່ເສີຍເງິນຫຼາຍແສນຫຍວນໝູ່ຄູ່ບາງຄົນກະຕີໂຕອອກຫ່າງ ນ້ອງນຸ່ງທີ່ລ້ຽງມາຈົນໄດ້ດີກະບໍ່ຢາກຫຼີ້ນນຳ

ຍ້ອນວ່າອາຍໝູ່ຖືງແມ້ວ່າຂ້ອຍບໍ່ເຄີຍໄປເລາະຂໍຍືມເງິນໃຜແມ້ແຕ່ເທືອດຽວບາງຄົນກະບອກວ່າຊິຢູ່ນຳມັນເຮັດຫຍັງມັນເສີຍເງິນຫຼາຍປານນັ້ນຈັກໜ່ອຍມັນກະບໍ່ມີເງິນແລ້ວ…

ຂ້ອຍບໍ່ເຄີຍຄິດວ່າຊິຖີ້ມຜົວຂ້ອຍຖືງວ່າມັນຊິບໍ່ມີເງິນເພາະຂ້ອຍມີທຸກມື້ນີ້ໄດ້ກະຍ້ອນຜົວຂ້ອຍທີ່ດຶງຂ້ອຍຂື້ນມາຈາກຈຸດທີ່ຕ່ຳຈົນຮອດມື້ນີ້

ຢາກໄດ້ຫຍັງກະຫາມາໃຫ້ບໍເຄີຍເຮັດໃຫ້ຂ້ອຍອົດຢາກສົ່ງເງິນໃຫ້ຄອບຄົວຂ້ອຍຖືງຊິເປັນຈັ່ງໃດຂ້ອຍກະຊິເບິ່ງຊິຢູ່ຂ້າງຄືກັນກັບທີ່ລາວ ເຮັດນຳຂ້ອຍ ເງິນທີ່ເສີຍໄປກະເລີ່ມນັບ1ໃໝ່

ຜ່ານມາບໍໄດ້ສົນໃຈວ່າໃຜຊິຢາກເລ່ນນຳ ຫຼື ບໍ່ຢາກເລ່ນລົ້ມເອັງ ລຸກເອັງ 2 ຄົນຜົວເມຍຕັ້ງໃຈຫາເງິນມາຮອດຕອນນີລຸກຂື້ນຍືນໄດ້ແລ້ວ

ບໍ່ອຶດບໍ່ຢາກຄົນຊິເຂົ້າຫາ ຄົນຄືພວກຂ້ອຍໃຈແລກໃຈໃຜທີ່ຢູ່ຂ້າງຕອນທີຂ້ອຍລົ້ມພວກເຈົ້າຈະໄດ້ເຫັນໜ້າຂ້ອຍຄົນແລກຕອນທີພວກເຈົ້າເດືອດຮ້ອນ ຈາກໂພສ ຕາຕີບ ຕາຕີບ

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.