ກວດກາພົບເຫັນຮ້ານຄ້າຕ່າງໆ ພາຍໃນເທດສະບານເມືອງຫ້ວຍຊາຍ ມີການຈໍາໜ່າຍສິນຄ້າເສື່ອມຄຸນ ເປັນຈໍານວນຫຼາຍລາຍການ

0
138

ເຈົ້າຫນ້າທີ່ກວດກາການຄ້າແຂວງບໍ່ແກ້ວ ກວດກາພົບເຫັນຮ້ານຄ້າຕ່າງໆ ພາຍໃນເທດສະບານເມືອງຫ້ວຍຊາຍ ມີການຈໍາໜ່າຍສິນຄ້າເສື່ອມຄຸນ ເປັນຈໍານວນຫຼາຍລາຍການ.

ລະຫວ່າງວັນທີ 25 ຫາ 27 ຕຸລາ 2022 ເຈົ້າໜ້າທີ່ກວດກາການຄ້າແຂວງບໍ່ແກ້ວ ສົມທົບຫ້ອງການອຸດສາຫະກຳ ແລະ ການຄ້າເມືອງຫ້ວຍຊາຍລົງຕິດຕາມ, ກວດກາການ

ຈຳໜ່າຍສິນຄ້າປອມແປງ, ສິນຄ້າຫຼອກຮຽນແບບ, ສິນຄ້າເສື່ອມຄຸນ ແລະ ສິນຄ້ານຳເຂົ້າບໍ່ຖືກຕ້ອງ ຢູ່ຕະຫຼາດ ແລະ ຮ້ານຄ້າຕ່າງໆ ພາຍໃນເທດສະບານເມືອງຫ້ວຍຊາຍ

ໄດ້ຈຳນວນ 173 ຫົວໜ່ວຍ ໃນນີ້, ສາມາດກວດກາພົບເຫັນຮ້ານຄ້າຂາຍຍົກ, ຮ້ານຄ້າຂາຍຍ່ອຍ ຈຳນວນ 9 ຫົວໜ່ວຍ ທີ່ມີການຈໍາໜ່າຍສິນຄ້າເສື່ອມຄຸນ ເປັນຕົ້ນແມ່ນ

ນົມ, ເຄື່ອງຊ໋ອດປຸງລົດ, ເຄື່ອງດື່ມ, ຄີມທາຜິວ, ນໍ້າຢາຍ້ອມຜົມ ແລະ ອື່ນໆ ລວມທັງໝົດ 22 ລາຍການ, ເປັນມູນຄ່າ 9,073,000 ກີບ ສະນັ້ນ, ຈຶ່ງໄດ້ສ້າງບົດບັນທຶກກ່າວເຕືອນພ້ອມທັງຍືດສິນຄ້າດັ່ງກ່າວໄວ້ເພື່ອທໍາລາຍຖີ້ມຕາມລະບຽບການ.
ຂ່າວ: ພະແນກອຸດສາຫະກຳ​ ແລະ​ ການຄ້າແຂວງບໍ່ແກ້ວ

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.