ທູດລາວ ຕາງຫນ້າມອບເຄື່ອງຊ່ວຍເຫຼືອ ດ້ານມະນຸດສະທຳ ໃຫ້ແກ່ ກະຊວງແຮງງານ ແລະ ສະຫວັດດີການສັງຄົມວັນທີ 26 ຕຸລາ 2022, ທ່ານ ຄໍາພັນ ອັ່ນລາວັນ, ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ຣາຊະອານາຈັກໄທ ຕາງໜ້າໃຫ້ ຄອບຄົວ ທ່ານ ບຸນ ວານະສິນ ແລະ ທ່ານ ນາງ ຈາຣຸນາ ວານະສິນ, ປະທານບໍລິສັດ ທົນບູລີ
ເຣວແຄ ກຣຸບ ຈໍາກັດ ມະຫາຊົນ ເພື່ອມອບເຄື່ອງຊ່ວຍເຫຼືອບັນເທົາທຸກດ້ານມະນຸດສະທໍາ ໃຫ້ແກ່ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ນໍາໄປມອບໃຫ້ປະຊາຊົນລາວ ຜູ້ໄດ້ຮັບຜົນກະທົບຈາກໄພພິບັດຕ່າງໆ ໂດຍມີ ທ່ານ ພົງໄຊສັກ ອິນຖາລາດ, ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເປັນຜູ້ຮັບ,
ເຊິ່ງເຄື່ອງຊ່ວຍເຫຼືອດັ່ງກ່າວ ປະກອບດ້ວຍໝີ່ສໍາເລັດຮູບ ມູນຄ່າ 1.200.000 ບາດ, ຢາປົວພະຍາດ ມູນຄ່າ 500.000 ບາດ ແລະ ເງິນສົດ 300.000 ບາດ, ຊຶ່ງມີມູນຄ່າ ທັງໝົດ 2.000.000 ບາດ (ສະກຸນເງິນໄທ).
ໃນໄລຍະຜ່ານມາ ຄອບຄົວຂອງ ທ່ານ ບຸນ ວານະສິນ ແລະ ທ່ານ ນາງ ຈາຣຸວັນ ວານະສິນ ໄດ້ປະກອບສ່ວນຊ່ວຍເຫຼືອ ສປປ ລາວ ຫຼາຍຄັ້ງ ຄື: ໄລຍະການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ຈັດໂຄງການ Home Isolation ເພື່ອຊ່ວຍເຫຼືອນັກສຶກສາ, ພະສົງ ແລະ ແຮງງານລາວ ລວມ ທັງພະນັກງານສະຖານທູດທີ່ຕິດພະຍາດໂຄວິດ-19 ພ້ອມນັ້ນ ຍັງໄດ້ນໍາທີມແພດ ແລະ ຢາຊ່ວຍເຫຼືອປະຊາຊົນລາວ ທີ່ ນະຄອນຫຼວງວຽງຈັນ.
ທ່ານ ພົງໄຊສັກ ອິນຖາລາດ ໄດ້ສະແດງຄວາມຂອບໃຈ ຕໍ່ທ່ານເອກອັກຄະລັດຖະທູດລາວ ທີ່ໄດ້ລະດົມຂົນຂວາຍການຊ່ວຍເຫຼືອຕ່າງໆ ມາໃຫ້ປະຊາຊົນລາວ.
ພ້ອມກັນນີ້, ທ່ານຍັງໄດ້ສະແດງຄວາມຂອບໃຈ ຜ່ານທ່ານເອກອັກຄະລັດຖະທູດ ໄປຍັງຄອບຄົວຂອງ ທ່ານ ບຸນ ວານະສິນ ແລະ ທ່ານ ນາງ ຈາຣຸນາ ວານະສິນ ທີ່ໄດ້ເສຍ
ສະຫຼະຊັບສິນສ່ວນຕົວ ເພື່ອໃຫ້ການຊ່ວຍເຫຼືອປະຊາຊົນລາວຕະຫຼອດໄລຍະຜ່ານມາ ພ້ອມໃຫ້ຄໍາໝັ້ນສັນຍາວ່າ ຈະນໍາເອົາເຄື່ອງຊ່ວຍເຫຼືອດັ່ງກ່າວ ໄປແຈກຢາຍໃຫ້ປະຊາຊົນລາວ ຜູ້ທີ່ໄດ້ຮັບຜົນກະທົບຈາກໄພພິບັດທໍາມະຊາດໃນປີ 2022 ໃນຂອບເຂດທົ່ວປະເທດ.
ຂ່າວ: ກະຊວງການຕ່າງປະເທດ