ຄົນເກີດວັນອາທິດ:ການງານສ້າງຊື່ສຽງ ສ້າງຜົນງານດ້ານວຽກງານໄດ້ດີ ເຮັດໃຫ້ທ່ານເປັນຄົຍທີ່ເກັ່ງມີຄວາມສາມາດການເງິນພົບເລື່ອງເສຍເງິນແບບບໍ່ຄາດຝັນເຂົ້າມາເຮັດໃຫ້ທ່ານໝູນເງິນບໍ່ທັນ ຄວາມຮັກໄດ້ພົບຮັກກັບຄົົນທີ່ຢູ່ໃກ້ທ່ານ ອາດມາຈາກຄວາມສະໜິດກັນມາກ່ອນແລ້ວ ເຄື່ອງມຸງຄຸນເງິນ ສີມຸງຄຸນສີດໍາ ເລກນຳໂຊກ 8
ຄົນເກີດວັນຈັນ:ການງານຈະໄດ້ຮັບການອຸປະຖຳຊ່ວຍເຫລືອຈາກຜູ້ທີ່ມີຕຳແໜ່ງສູງກວ່າ ການເງິນມີລາຍຈ່າຍຫລາຍເປັນພິເສດ ຕ້ອງລະວັງເລື່ອງຂອງການໃຊ້ເງິນ ຄວາມຮັກໄດ້ພົບຮັກກັບຄົນນິໄສດີເຂົ້າມາໃຫ້ທ່ານໄດ້ຮູ້ຈັກ ເຄື່ອງມຸງຄຸນໄຂ່ມຸກ ສີມຸງຄຸນສີບົວ ເລກນຳໂຊກ4
ຄົນເກີດວັນອັງຄານ:ການງານຕ້ອງຕັດສິນໃຈເລີ່ມທຸລະກິດພາຍໃຕ້ສະພາຄຽດແລະກົດດັນ ແຕ່ທ່ານເປັນຄົນທີ່ມີຄວາມອົດທົນ ການເງິນທ່ານຈະໄດ້ກູ້ເງິນ ຫຼື ການຂໍເຄຣດິດຈາກສະຖາບັນການເງິນໄດ້ແບບສໍາເລັດ ຄວາມຮັກໄດ້ພົບຮັກກັບຄົົນທີ່ມີອາຍຸນ້ອຍກວ່າ ອາດມາຈາກລຸ້ນນ້ອງທີ່ແອບຮັກ ຫຼື ການແອບຮັກລຸ້ນນ້ອງ ເຄື່ອງມຸງຄຸນ ແຫວນຄໍາ
ສີມຸງຄຸນສີນໍ້າຕານ ເລກນຳໂຊກ3
ຄົນເກີດວັນພຸດ:ການງານເດີນທາງຕິດຕໍ່ງານຫຼາຍຂຶ້ນເຮັດໃຫ້ທ່ານມີປະສົບການ ແລະ ເກັ່ງຂື້ນເລື່ອຍໆ ການເງິນໄດ້ເງິນກ້ອນໃຫຍ່ຈາກຄວາມສາມາດຂອງຕົນເອງເຂົ້າມາໃນການໃຊ້ຈ່າຍ ຄວາມຮັກໄດ້ພົບຄວາມຮັກທີ່ດີ ພົບຄູ່ຄອງທີ່ດີ ເຂົ້າມາໃຫ້ທ່ານໄດ້ຮູ້ຈັກ ເຄື່ອງມຸງຄຸນເງິນ ສີມຸງຄຸນສີດໍາ ເລກນຳໂຊກ9
ຄົນເກີດວັນພະຫັດ:ການງານເຮັດທຸລະກິດຈະການຄ້າອາຫານ ຫລື ເຕື່ອງຂອງແຟຊັ່ນໄດ້ຜົນກຳໄລດີ ການເງິນບໍລິວານຈະຖ້າອຸປະຖຳທາງການເງິນໃຫ້ແກ່ທ່ານ ຄວາມຮັກເກີດຄວາມຫ່າງເຫີນກັນຫລາຍຂຶ້ນ ແລະ ກໍບໍ່ມີເວລາໃຫ້ກັນ ເຄື່ອງມຸງຄຸນເພັດສີແດງ ສີມຸງຄຸນສີເຫຼືອງ ເລກນຳໂຊກ 1
ຄົນເກີດວັນສຸກ:ການງານເກີດການລົງນາມເອກະສານສັນຍາປະສົບຄວາມສຳເລັດທີ່ດີ ການເງິນຊ່ວງນີ້ຈະຈ່າຍເງິນໃຫ້ກັບບໍລິວານ ທີ່ເຂົ້າມາຊ່ວຍໃນເລື່ອງຕ່າງໆໃຫ້ທ່ານ ຄວາມຮັກເດິນທາງແລ້ວໄດ້ພົບຮັກກັບຄົນຜິວຂາວ ເຄື່ອງມຸງຄຸນເງິນ ສີມຸງຄຸນສີແດງ ເລກນຳໂຊກ6
ຄົນເກີດວັນເສົາ:ການງານເຮັດທຸລະກິດຈະການຄ້າສື່ອອນໄລນ໌ ຈະໄດ້ຜົນກຳໄລຫລາຍຂື້ນ ການເງິນມື້ນີ້ໂຊກດີຈະໄດ້ເງິນເຂົ້າມາ ແຕ່ລາຍຈ່າຍຂອງທ່ານກໍຫຼາຍເຊັ່ນກັນ ຄວາມຮັກໄດ້ພົບຄູ່ຄອງຮັກແທ້ ເຂົ້າມາໃຫ້ຮູ້ຈັກ ໃຫ້ທ່ານຮູ້ສຶກທ່ານເປັນຄົນທີ່ພິເສດ ເຄື່ອງມຸງຄຸນຫີນນໍາໂຊກສີແດງ ສີມຸງຄຸນສີຂຽວ ເລກນຳໂຊກ7