ເຈົ້າໜ້າທີ່ ພະແນກສືບສວນ-ສອບສວນ ແລະ ປາບປາມການລັກລອບໜີພາສີ ຕິດຕາມ-ຢຶດລົດ Isuzu D-max ນໍາເຂົ້າບໍ່ຖືກຕ້ອງ

0
244

ເຈົ້າໜ້າທີ່ ພະແນກສືບສວນ-ສອບສວນ ແລະ ປາບປາມການລັກລອບໜີພາສີ ຕິດຕາມ-ຢຶດລົດ Isuzu D-max ນໍາເຂົ້າບໍ່ຖືກຕ້ອງ

ໃນເວລາ 14:30 ໂມງຂອງວັນທີ 24 ຕຸລາ 2022 ນີ້, ໄດ້ຂ່າວຈາກພົນລະເມືອງດີ, ເຈົ້າໜ້າທີ່ພະແນກສືບສວນ-ສອບສວນ ແລະ ປາບປາມການລັກລອບໜີພາສີ (ພສປ), ປະຈຳຈຸດປະສານງານບ້ານໃໝ່ ແລະ ຈຸດປະສານງານດານຊີ, ສົມທົບກັບຂະແໜງວິໄຈຂໍ້ມູນແຫຼ່ງຂ່າວ ແລະ ຂະແໜງສືບສວນ-ສອບສວນ ແລະ ກວດກາ ຂອງ

ພະແນກ ກົມພາສີ ກະຊວງການເງິນ, ໄດ້ຕິດຕາມ, ກວດກາລົດໃຫຍ່ປະເພດລົດກະບະ, ຍີ່ຫໍ້ Isuzu D-max ຈຳນວນ 1 ຄັນ.ຜ່ານການກວດກາຕົວຈິງເຫັນວ່າເປັນລົດນໍາເຂົ້າບໍ່ຖືກຕ້ອງ, ຊຶ່ງໄດ້ດຳເນີນຂັ້ນຕອນສືບສວນ-ສອບສວນ ແລະ ຢຶດພາຫະນະດັ່ງກ່າວ, ເພື່ອດຳເນີນການແກ້ໄຂຄະດີຕາມຂັ້ນຕອນຂອງກົດໝາຍ ແລະ ລະບຽບການ.

ທີ່ມາ: ກະຊວງການເງິນ

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.