ເຊີນເຂົ້າຮ່ວມກວດສຸຂະພາບຜົ້ງປາກ-ປິ່ນປົວແຂ້ວ ໂດຍບໍ່ເສຍຄ່າ

0
224

ເຊີນເຂົ້າຮ່ວມກວດສຸຂະພາບຜົ້ງປາກ-ປິ່ນປົວແຂ້ວ ໂດຍບໍ່ເສຍຄ່າຄະນະທັນຕະແພດ ມະຫາວິທະຍາໄລ ວິທະຍາສາດສຸຂະພາບ ຮ່ວມກັບທັນຕະແພດພະຣາຊະທານ ມ ຂອນແກ່ນ ໜ່ວຍທັນຕະກໍາໂຄງການສຸຂະພາບດີ ມູນລະນິທິສົງເຄາະເດັກ ສະພາກາຊາດໄທ ໜ່ວຍທັນຕະກໍາໂຮງໝໍມະຫາລາດ ນະຄອນລາຊະສີມາ ມູນລະນິທິທັນຕະແພດເອກະຊົນແຫ່ງປະເທດໄທ ມູນລະນິທິເພື່ອຜູ້ປ່ວຍມະເຮັງຜົ້ງປາກ ແລະ ໂຮງໝໍກະເສມຣາດ (ນະຄອນຫຼວງວຽງຈັນ) ຈະເປີດໃຫ້ບໍລິການກວດພະຍາດທົ່ວໄປ ແລະ ໃຫ້ການ

ບໍລິການທາງທັນຕະກໍາ (ກວດສຸຂະພາບຜົ້ງປາກ ແຂ້ວ ປິ່ນປົວແຂ້ວ ຖອນແຂ້ວ ໃສ່ແຂ້ວທຽມ) ໂດຍບໍ່ເສຍຄ່າ ວັນທີ 1 ພະຈິກ 2022 ຢູ່ມະຫາວິທະຍາໄລ ວິທະຍາສາດສຸຂະພາບ ວິທະຍາເຂດດົງໂພສີ ບ້ານຊຽງດາ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ເລີ່ມແຕ່ເວລາ 8:00-15:00 ໂມງ ຈຶ່ງຂໍເຊີນ ຊວນປະຊາຊົນຜູ້ທີ່ສົນໃຈ ແລະ ມີຄວາມສະດວກ ເຂົ້າມາຮັບການບໍລິການໃນຄັ້ງນີ້ດ້ວຍ.
(ສະບາໄພ)

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.