ກອງປະຊຸມປຶກສາຫາລືວຽກງານຕິດຕາມ, ກວດກາ ການຄຸ້ມຄອງເງິນຕາຕ່າງປະເທດ ແລະ ສົ່ງເສີມການນໍາໃຊ້ເງິນກີບຢູ່ເມືອງແກ່ນທ້າວ ແຂວງໄຊຍະບູລີໄດ້ຈັດຂຶ້ນໃນວັນທີ 27 ຕຸລາຜ່ານມາ, ທີ່ຫ້ອງວ່າການເມືອງ. ຊຶ່ງມີທ່ານ ສີຄານ ແກ່ນມະນີ ຮອງເຈົ້າເມືອງແກ່ນທ້າວ, ທ່ານນາງ ພຸດດາວັນ ສີຣິສົມບັດ ຮອງຫົວໜ້າທະນາຄານແຫ່ງສປປລາວ ສາຂາພາກເໜືອ ແຂວງຫຼວງພະບາງ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ສິງຄໍາ ຈັນທິຮັກ ຫົວໜ້າຫ້ອງວ່າການເມືອງ ໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າເມືອງວ່າດ້ວຍການແຕ່ງຕັ້ງຄະນະຊີ້ນໍາ ແລະ ອະນຸກໍາມະການຕິດຕາມ, ກວດກາ ການຈັດຕັ້ງປະຕິບັດວຽກງານຄຸ້ມຄອງເງິນຕາຕ່າງປະເທດ ແລະ ສົ່ງເສີມການນໍາໃຊ້ເງິນກີບ ແລະ ພ້ອມທັງລາຍງານຕໍ່ກອງປະຊຸມວ່າ: ຕະຫຼອດໄລຍະຜ່ານມາອົງການປົກຄອງເມື
ກໍຄືຂະແໜງການທີ່ກ່ຽວຂ້ອງໄດ້ເປັນເຈົ້າການ ໃນການລົງຕິດຕາມກວດກາ ການນໍາໃຊ້ເງິນຕາຕ່າງປະເທດ ແລະ ສົ່ງເສີມການນໍາໃຊ້ເງິນກີບຢູ່ພາຍໃນເມືອງເປັນປົກກະຕິ, ຊຸກຍູ້ບັນດາຫ້າງຮ້ານ, ຫົວໜ່ວຍທຸລະກິດຜູ້ປະກອບການດ້ານການຄ້າ ແລະ ບໍລິການຢູ່ພາຍໃນເມືອງ ຕິດລາຄາສິນຄ້າເປັນເງິນກີບ. ແຕ່ຜ່ານການລົງເຄື່ອນໄຫວຕິດຕາມ,
ກວດກາຕົວຈິງແລ້ວຍັງເຫັນວ່າບັນດາພໍ່ຄ້າ, ແມ່ຄ້າ ຕະຫຼອດເຖິງປະຊາຊົນທຸກຊັ້ນຄົນ ແມ່ນຍັງນຳໃຊ້ເງິນຕາຕ່າງປະເທດ (ເງິນບາດ) ເຂົ້າໃນການແລກປ່ຽນຊື້-ຂາຍສິນຄ້າ, ການຈ່າຍຄ່າຈ້າງແຮງງານ ແລະ ການໃຊ້ຈ່າຍຕ່າງໆປະຈຳວັນເປັນສ່ວນຫຼາຍ ເນື່ອງຈາກວ່າການແລກປ່ຽນຊື້-ຂາຍສິນຄ້າຕ່າງໆຢູ່ພາຍໃນເມືອງແມ່ນຕິດພັນກັບການຄ້າຊາຍແດນ.
ກອງປະຊຸມຄັ້ງນີ້, ຍັງໄດ້ຮັບຟັງການລາຍງານສະພາບການເຄື່ອນໄຫວໂດຍຫຍໍ້ຂອງດ່ານສາກົນຂົວມິດຕະພາບນໍ້າເຫືອງ ແລະ ເຜີຍແຜ່ກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ. ຈາກນັ້ນໄດ້ປຶກສາຫາລືແລກປ່ຽນຄວາມຄິດເຫັນ ເພື່ອພ້ອມກັນຈັດຕັ້ງປະຕິບັດວຽກງານດັ່ງກ່າວໃຫ້ມີການປ່ຽນແປງໄປໃນທາງທີ່ດີຂຶ້ນດ້ວຍການປູກຈິດສໍານຶກຈິດໃຈຊາດ, ສ້າງສະຕິເຄົາລົບລະບຽບກົດໝາຍ ແລະ ຄວາມເປັນເຈົ້າການເພີ່ງຕົນເອງສ້າງຄວາມເຂັ້ມແຂງດ້ວຍຕົນເອງເທື່ອລະກ້າວ.