ລາວ-ຈີນ ຮ່ວມກັນເປີດໂຄງການຂຸດຄົ້ນແຮ່ການາລາຍ​ ສາມາດຂຸດຄົ້ນໄດ້ 4 ລ້ານໂຕນຕໍ່ປີ

0
134

ລາວ-ຈີນ ຮ່ວມກັນເປີດໂຄງການຂຸດຄົ້ນແຮ່ການາລາຍ​ວັນທີ 29 ຕຸລາ 2022 ນີ້, ທີ່ນະຄອນຫລວງວຽງຈັນ ໄດ້ມີພິທີເປີດໂຄງການຂຸດຄົ້ນ ແຮ່ການາລາຍ 4 ລ້ານໂຕນ/ປີ ແລະປຸງແຕ່ງເປັນໂປຕາສຊຽມ ຄລໍໄຣ 5 ແສນໂຕນ/ປີ ຂອງບໍລິສັດ ບໍ່ແຮ່ ປຸຍກາລີ ລາວ-ຈີນ ຈໍາກັດຜູ້ດຽວໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດຮອງນາຍົກລັດຖະມົນຕີ, ທ່ານ ດາວວົງ ພອນແກ້ວ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ທ່ານ ຈ້າວເວິນຢູ ທີ່ປຶກສາເສດຖະກິດການຄ້າຂອງສະຖານທູດ ສປ

ຈີນ ປະຈໍາ ສປປ ລາວ, ທ່ານ ຫຼີຢູນເວີນ ປະທານບໍລິສັດ ພັດທະນາລົງທຶນບໍ່ແຮ່ ລາວ-ຈີນ ຢຸນນານຈໍາກັດ ກຸ່ມບໍລິສັດ ຢຸດທຽນຮວາ ມີບັນດາແຂກຖືກເຊີນ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.ໂອກາດນີ້, ທ່ານ ດາວວົງ ພອນແກ້ວ ໄດ້ກ່າວວ່າ: ໂຄງການຂຸດຄົ້ນແຮ່ການາລາຍ ແລະການປຸງແຕ່ງເປັນໂປຕາສ໌ຊຽມອໍລາຍ ທີ່ພວກເຮົາໄດ້ຈັດພິທີວາງສີລາເລີກ ແລະເລີ່ມຕົ້ນດໍາເນີນງານຢ່າງເປັນທາງການໃນມື້ນີ້ແມ່ນມີຄວາມສໍາຄັນຫຼາຍ, ຍ້ອນວ່າໂຄງການນີ້ໄດ້ລິເລີ່ມການສຶກສາສຳຫຼວດມາດົນສົມຄວນແລ້ວ

ແລະຖືກກໍານົດໄວ້ແຜນຍຸດທະສາດ ການພັດທະນາວຽກງານປຸງແຕ່ງບໍ່ແຮ່ ແຕ່ນີ້ຮອດປີ 2025, ໂຄງການນີ້ແມ່ນໂຄງການນຳ​ໃຊ້​ເຕັກ​ນິກ​ທີ່ທັນ​ສະ​ໄໝ, ນຳໃຊ້ທຶນກໍ່ສ້າງສູງ, ມີ​ລັກສະນະ​ຄົບ​ວົງ​ຈອນ ​ແລະເປັນ​ມິດ​ກັບ​ສິ່ງ​ແວດ​ລ້ອມ, ຂ້າພະເຈົ້າ ​ເຊື່ອ​ໝັ້ນວ່າ ການດໍາເນີນກິດຈະການຂອງໂຄງການນີ້ຈະ​ເປັນ​ເງື່ອນໄຂ​ທີ່ສໍາຄັນເຂົ້າ​ໃນ​ການ​ພັດທະນາອຸດສາຫະກໍາແຮ່ທາດ ກໍຄືການພັດທະນາເສດຖະກິດ-ສັງຄົມຂອງປະເທດຊາດໃນສະເພາະໜ້າ ແລະຍາວນານ.

ທ່ານກ່າວຕື່ມວ່າ: ​ສປປ ລາວ ໄດ້ກໍານົດເອົາການພັດທະນາວຽກ​ງານພະລັງງານ ແລະບໍ່ແຮ່ ແມ່ນໜຶ່ງໃນທ່າແຮງທີ່ສໍາຄັນຂອງປະເທດຊາດເພື່ອເປັນພື້ນຖານໃຫ້ແກ່ການສ້າງລາຍຮັບເຂົ້າງົບປະມານ, ໂດຍການຈັດ​ສັນ​ ແລະ​ນຳ​ໃຊ້​ແຫຼ່ງຊັບພະຍາກອນຂອງຊາດ ໃຫ້​ມີ​ປະສິດທິ​ຜົນ​ສູງ, ຕາມທິດພັດທະນາແບບຍືນຍົງ ແລະ​​​ເປັນ​ມິດ​ກັບ​ສິ່ງ​ແວດ​ລ້ອມ ຊຶ່ງຜົນສໍາເລັດໃນການພັດທະນາອຸດສາຫະກໍາພະລັງງານ ແລະອຸດສາຫະກໍາບໍ່ແຮ່ຢູ່ ສປປ ລາວ ໄລຍະຜ່ານມາແມ່ນຂະຫຍາຍຢ່າງວ່ອງໄວ, ໜັກແໜ້ນ ແລະຕໍ່ເນື່ອງ.

ທ່ານ ຈ້າວເວີນຢູ ທີ່ປຶກສາເສດຖະກິດການຄ້າ ຂອງສະຖານທູດ ສປ ຈີນ ປະຈໍາ ສປປ ລາວ ໄດ້ມີຄໍາເຫັນຕໍ່ພິທີດັ່ງກ່າວວ່າ: ການຮ່ວມມື ທາງດ້ານການຂຸດຄົ້ນບໍ່ແຮ່ລະຫວ່າງສອງປະເທດຈີນ-ລາວ ໄດ້ຮັບການພັດທະນາຢ່າງວ່ອງໄວ ເຊິ່ງໄດ້ປະກອບສ່ວນອັນສຳຄັນເຂົ້າໃນການຟື້ນຟູເສດຖະກິດຂອງລາວ,ໂຄງການນີ້ ໄດ້ຜ່ານຄວາມຫຍຸ້ງຍາກ ແລະສິ່ງທ້າທາຍຫຼາຍຢ່າງ ແຕ່ໄດ້ຮັບການປັບປຸງ ທາງດ້ານເຕັກນິກໃຫ້ດີຂຶ້ນຢ່າງຕໍ່ເນື່ອງ ໃນທີ່ສຸດກໍ່ປະສົບຜົນສຳເລັດ, ໂດຍສະເພາະ ດ້ານເຕັກນິກຮັກສາສິ່ງແວດລ້ອມ ແລະດ້ານເຕັກນິກອື່ນໆ ຈົນກາຍເປັນຕົວແບບທີ່ດີ ແຫ່ງການຮ່ວມມື ແບບເປັນມິດກັບສິ່ງແວດລ້ອມ ໃຫ້ແກ້ການພັດທະນາເສດຖະກິດຂອງລາວໃນອານາຄົດ.
Cr: CRI-FM93

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.