ລາຍງານຕື່ມ ເຫດການບຽດຢຽບກັນຢູ່ນະຄອນຫຼວງ ເຊອຸ່ນ ຂອງ ສ. ເກົາຫຼີ ມີຜູ້ເສຍຊີວິດຢ່າງໜ້ອຍ 149 ຄົນເຈົ້າໜ້າທີ່ດັບເພີງຂອງ ສ. ເກົາຫຼີ ລາຍງານໃນວັນທີ 30 ຕຸລານີ້ວ່າ: ໃນຕອນຄໍ່າຂອງວັນທີ 29 ຕຸລານີ້, ໄດ້ເກີດເຫດການຢຽບກັນຢູ່ບໍລິເວນອ້ອມແອ້ມ ເຂດອິໄທວອນ ເມືອງ ຢອງຊັນ ນະຄອນຫຼວງ ເຊອຸ່ນຂອງ ສ.ເກົາຫຼີ, ສົ່ງຜົນເຮັດໃຫ້ຢ່າງໜ້ອຍ 149 ຄົນເສຍຊີວິດ ແລະ 76 ຄົນບາດເຈັບ.
ຜູ້ເຫັນເຫດການບອກນັກຂ່າວວ່າ, ໃນຕອນຄໍ່າຂອງວັນທີ 29 ຕຸລານີ້, ໄດ້ມີປະຊາຊົນປະມານ 1 ແສນຄົນເຕົ້າໂຮມກັນຢູ່ບໍລິເວນອ້ອມແອ້ມ ເຂດອິໄທວອນເພື່ອຮ່ວມງານສະຫຼອງວັນຮາໂລວິນ.
ພາຍຫຼັງເກີດເຫດ, ທ່ານ ຢູນຊອກໂຢ້ ປະທານາທິບໍດີ ສ. ເກົາຫຼີ ໄດ້ອອກຄໍາສັ່ງດ່ວນ ໂດຍໄດ້ຮຽກຮ້ອງໃຫ້ພາກສ່ວນທີ່ກ່ຽວຂ້ອງພະຍາຍາມຈົນສຸດຄວາມສາມາດເພື່ອກອບກູ້ປິ່ນປົວຜູ້ບາດເຈັບໂດຍໄວ. ທ່ານຍັງໄດ້ຮຽກຮ້ອງໃຫ້ກະຊວງສະຫວັດດີການ ແລະ ສາທາລະນະສຸກ ປະຕິບັດກົນໄກປິ່ນປົວສຸກເສີນໂດຍໄວ, ແລະແຕ່ງຕັ້ງໜ່ວຍປິ່ນປົວສຸກເສີນໂດຍໄວເທົ່າທີ່ຈະໄວໄດ້, ແລະ ຮັບປະກັນໂຮງໝໍທີ່ຢູ່ໃກ້ສະຖານທີ່ເກີດເຫດກຽມຕຽງນອນສຸກເສີນໃຫ້ພຽບພ້ອມ.
ຕອນຮຸ່ງເຊົ້າຂອງວັນທີ 30 ຕຸລານີ້, ເຈົ້າໜ້າທີ່ດັບເພີງຂອງ ສ. ເກົາຫຼີ ໄດ້ລາຍງານໃນກອງປະຊຸມຖະແຫຼງຂ່າວວ່າ: ໃນຈໍານວນຜູ້ເສຍຊີວິດ ແລະ ບາດເຈັບແມ່ນມີຊາວໜຸ່ມອາຍຸ 20 ປາຍປີເປັນຫຼັກ, ປັດຈຸບັນນີ້, ເຈົ້າໜ້າທີ່ກູ້ໄພພວມດໍາເນີນການກອບກູ້ຮອບທີສອງຢູ່ອ້ອມແອ້ມ” ສະຖານທີ່ເກີດເຫດ ແລະຈໍານວນຜູ້ເສຍຊີວິດອາດຈະເພີ່ມຂຶ້ນຕື່ມອີກ.ຂໍສະແດງຄວາມເສຍໃຈ ຕໍ່ເຫດໂສກອະນາດຕະກຳໃນຄັ້ງນີ້
ທີ່ມາຂ່າວ: CRI