ຕະຫຼາດກາງຄືນຫຼວງພະບາງ ມີຮ້ານຂາຍເຄື່ອງທັງໝົດ 853 ຮ້ານ ເລັ່ງຈັດສັນໃຫ້ເປັນບຽບຮຽບຮ້ອຍ

0
167

ທ່ານ ສົມຫວັງ ພົມມະກອນ ຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງພະບາງ ໃຫ້ຮູ້ເມື່ອບໍ່ດົນນີ້ວ່າ: ຕະຫຼາດກາງຄືນ ໄດ້ສ້າງຕັ້ງຂຶ້ນ ໃນວັນທີ 28 ທັນວາ 2002 ເປັນແຫ່ງທໍາອິດ, ຕະຫຼາດໄດ້ໃຫ້ພໍ່ແມ່ປະຊາຊົນບັນດາເຜົ່ານໍາເອົາສິນຄ້າປະເພດຫັດຖະກໍາ ຕໍ່າຫູກ, ທັກແຊວ, ແກະສະຫຼັກ, ເຄື່ອງເງິນອື່ນໆທີ່ສະແດງເຖີງ

ເອກະລັກສີໄມ້ລາຍມືທີປານີດ ຂອງປະຊາຊົນບັນດາເຜົ່າ ຊາວຫຼວງພະບາງ, ການຂາຍເຄື່ອງເປັນສອງແຖວ ເຊິ່ງມັນມີຄວາມສວຍສົດງົດງາມ ເປັນລະບຽບຮຽບຮ້ອຍ ທີ່ປະດັບໃຈ ຂອງແຂກທັງພາຍໃນ ແລະ ຕ່າງປະເທດ ທີ່ໄດ້ມາທ່ຽວຊົມ, ພ້ອມດຽວກັນນັ້ນກໍໄດ້ມີຫຼາຍປະເທດ, ຫຼາຍແຂວງ ຫຼາຍເມືອງມາຖອດຖອນເອົາບົດຮຽນໄປ ໃນເມື່ອຈັດຕັ້ງປະຕິບັດກໍບໍ່ມີບ່ອນໃດ ຈະເໝາະສົມຄືຕະຫຼາດແຫ່ງນີ້.

ຈາກສະພາບຕົວຈິງຕະຫຼາດກາງຄືນໄດ້ ມີຫຼາຍພາກສ່ວນເຂົ້າມາຄ້າຂາຍ ແລະ ມີການຂະຫຍາຍຕົວເພີ່ມຂຶ້ນ ຈຶ່ງຈັດບ່ອນຂາຍເປັນ 4 ແຖວ, 2 ແຖວກາງທາງປິ່ນຫຼັງໃສກັນ ແລະ ອີກ 2 ແຖວ ນັ່ງທາງຝຸດບາດ ( ທາງຢ່າງ ) ມີຮ້ານຂາຍເຄື່ອງທັງໝົດ 853 ຮ້ານ, ເຫັນວ່າມີຄວາມແອອັດຫຼາຍ ບໍ່ເປັນລະບຽບຮຽບຮ້ອຍ. ຜະລິດຕະພັນທີ່ເອົາມາ

ວາງຂາຍ ກໍມີຫຼາກຫຼາຍຊະນິດ ໂດຍສະເພາະບາງຊະນິດມັນບໍ່ແມ່ນເອກະລັກຂອງພື້ນເມືອງລາວ, ເມື່ອເປັນແນວນັ້ນໃນຊ່ວງວິກິດການລະບາດຂອງພະຍາດໂຄວິດ-19 ແລະ ກໍເປັນໂອກາດດີ ທາງການນໍາຂອງແຂວງ, ການນໍານະຄອນ ຫຼວງພະບາງ ໄດ້ເປັນເອກະພາບກັນສູງ ເພື່ອປັບປຸງຕະຫຼາດກາງຄືນໃຫ້ເປັນຕະຫຼາດທ່ອງທ່ຽວ, ເປັນຕະຫຼາດຕົວ

ແບບຂອງພາກພື້ນ ເພື່ອດຶງດູດນັກທ້ອງທ່ຽວພາຍໃນ ແລະ ຕ່າງປະເທດໃຫ້ຫຼາຍຂຶ້ນ ແລະ ປົກປັກຮັກສາໄດ້ ເມືອງມໍລະດົກໂລກໃຫ້ ຄົງຄຸນຄ່ານັ້ນ, ຈຶ່ງໄດ້ຄົ້ນຄ້ວາອອກຂໍ້ຕົກລົງຂອງ ທ່ານເຈົ້າແຂວງ ແລະ ຮັບຮອງຈາກສະພາປະຊາຊົນແຂວງ ໂດຍຖືກຕ້ອງຕາມລະບຽບ-ກົດຫມາຍ.
ຂ່າວ: ຫ້ອງການ​ອຸດສາຫະກຳ​ ແລະ​ ການຄ້າ​ ນະຄອນ​ຫລວງ​ພະ​ບາງ

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.