ແຂວງ ຫູນານ ສປ ຈີນ ມອບທຶນຊ່ວຍເຫຼືອຟື້ນຟູໄພພິບັດຢູ່ແຂວງອຸດົມໄຊ ລວມມູນຄ່າຫຼາຍກວ່າ 267 ລ້ານກີບ

0
102

ເພື່ອເປັນການບັນເທົາ ແລະ ຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນທີ່ຖຶກຜົນກະທົບຈາກໄພນ້ຳຖ້ວມ ຢູ່ແຂວງອຸດົມໄຊ ອົງການປົກຄອງແຂວງ ຫູນານ ສປ ຈີນ ຈຶ່ງໄດ້ມອບທຶນ ແລະ ວັດຖຸ ປັດໄຈ ລວມມູນຄ່າຫຼາຍກວ່າ 267 ລ້ານກີບ.

ໂດຍພິ ມອບ-ຮັບ ດັ່ງກ່າວໄດ້ຈັດຂຶ້ນເມື່ອວັນທີ 28 ຕຸລາ ທີ່ຜ່ານມານີ້ ທີ່ຫ້ອງວ່າການແຂວງ ອຸດົມໄຊ, ຕາງໜ້າມອບໂດຍທ່ານ ຫຼີເວີນເຄີ ປະທານສະພາການຄ້າແຂວງຫູນານ ປະຈຳ ສປປ ລາວ, ຕາງໜ້າອົງການປົກຄອງແຂວງຫູນານ ແລະ ສະພາການຄ້າຈີນປະຈໍາແຂວງອຸດົມໄຊ ຮ່ວມນຳ ແລະ ຮັບໂດຍທ່ານ ບຸນຄົງ ຫຼ້າຈຽມພອນ ເຈົ້າແຂວງໆອຸດົມໄຊ ພ້ອມດ້ວນຄະນະຮັບຜິດຊອບ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ຕາມແຫຼ່ງຂ່າວວິທະຍຸແຫ່ງຊາດໃຫ້ຮູ້ວ່າ, ການຊ່ວຍຄັ້ງນີ້ ທັງວັດຖຸ ແລະ ເງິນສົດ ລວມມູນຄ່າ ທັງໝົດ 267.100.000 ກີບ. ໃນນີ້ ຍັງມີເຄື່ອງນຸ່ງຫົ່ມ 100 ຜືນ, ເສື້ອກັນໜາວ 55 ຜືນ, ຜ້າຫົ່ມ 200 ຜືນ ເປັນມູນຄ່າລວມ 25.200.000 ກວ່າກີບ. ໂອກາດນີ້ ທ່ານ ບຸນຄົງ ຫຼ້າຈຽມພອນ ຍັງໄດ້ກ່າວຂອບໃຈຕໍ່ການມາຊ່ວຍເຫຼືອຂອງ

ອົງການປົກຄອງແຂວງຫູນານ ທີ່ມີຕໍ່ປະຊາຊົນແຂວງອຸດົມໄຊ, ພ້ອມທັງໄດ້ຍົກໃຫ້ເຫັນເຖິງການຮ່ວມມືລະຫວ່າງສອງແຂວງ ຄື: ອຸດົມໄຊ – ຫູນານ, ຫູນານ – ອຸດົມໄຊ, ທີ່ໄດ້ພົວພັນຮ່ວມມື ຊ່ວຍເຫຼືອກັນ ຕະຫຼອດມາ ໂດຍສະເພາະແມ່ນທາງດ້ານການຄ້າ, ການທ່ອງທ່ຽວ, ທາງດ້ານກະສິກຳ ແລະ ດ້ານອື່ນໆ ທີ່ສະແດງເຖິງມິດຕະພາບ ລະຫວ່າງສອງແຂວງ.

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.