ກາຍເປັນຄະດີ ຟ້ອງຮ້ອງກັນເກີດຂຶ້ນ ກໍລະນີ ຊື້-ຂາຍ ໄອດີວີແຊັດ ຢູ່ນະຄອນປາກເຊ

0
156

ເກີດເປັນຄະດີ ຮ້ອງຟ້ອງກັນເກີດຂຶ້ນ ກໍລະນີ ຊື້-ຂາຍ ໄອດີວີແຊັດ ຢູ່ນະຄອນປາກເຊ ແຂວງຈຳປາສັກ

ວັນທີ 28 ຕຸລາ 2022 ຜ່ານມາ, ນາງ ກ (ນາມສົມມຸດ) ບ້ານເວີນແຄນ ເມືອງມຸນລະປະໂມກ ໄດ້ເຂົ້າແຈ້ງຄວາມ ທີ່ກອງພັນປ້ອງກັນເຄື່ອນທີ່ ນະຄອນປາກເຊ ແຂວງຈຳປາສັກ  ໃນໜັງສືບັນທຶກແຈ້ງຄວາມ ໃຫ້ຮູ້ວ່າ: ໃນວັນທີ 24 ຕຸລາ 2022  ເວລາ 10:06 ນາທີ ນາງ ກ ໄດ້ໂອນເງິນຈຳນວນ 800.000 ກີບ ຊື້ໄອດີ ວີແຊັດ ນາງ

ຂ (ນາມສົມມຸດ) ໂດຍມີການຕົກລົງກັນວ່າ ຖ້າໄອດີ ມີບັນຫາ ນາງ ຂ ຈະໂອນເງິນຄືນໃຫ້ເຕັມຈຳນວນ ຜູ້ກ່ຽວໄດ້ຕົກລົງເຫັນດີ ຮັບປະກັນທັງສອງຝ່າຍ. ຫລັງຈາກນັ້ນ, ຮອດວັນທີ 25 ຕຸລາ 2022 ບັນຊີໄອດີ ເກີດມີບັນຫາຂຶ້ນ ນາງ ກ ໄດ້ແຊັດຫາ ນາງ ຂ ຄູ່ກໍລະນີເພື່ອໃຫ້ໂອນເງິນຄືນຕາມທີ່ໄດ້ຕົກລົງກັນໄວ້ ແຕ່ຄູ່ກໍລະນີເມີນເສີຍ ແລະ

ໄດ້ຍົກເລີກການເປັນເພື່ອນທາງເຟສບຸກ ແລ້ວບໍ່ມີການຕອບແຊັດແລ້ວງຽບຫາຍ ບໍ່ມີການໂອນເງິນກັບ.ກໍລະນີດັ່ງກ່າວນີ້, ອາດບໍ່ແມ່ນກໍລະນີທຳອິດ ແຕ່ບໍ່ມີການແຈ້ງຄວາມກັນເຖິງຂະໜາດນີ້ເທື່ອ.

ການຊື້-ຂາຍ ວີແຊັດ ເປັນປາກົດການໜຶ່ງໃນການຊື້ຂາຍຜ່ານເຟສບຸກ ດ້ວຍການໂຄສະນາ ແລະ ມີມາຫລາຍປີແລ້ວ ແຕ່ຫລາຍຄົນສົງໄສວ່າ ຊື້ໄປເຮັດຫຍັງ, ມີລາຄາກາງຄືແນວໃດ, ພາກສ່ວນໃດຄຸ້ມຄອງ ແລະ ຫາກເກີດມີບັນຫາຈະຮ້ອງຟ້ອງໄປຫາໃຜ ເຊິ່ງບັນຫາທັງໝົດນີ້ບໍ່ໄດ້ມີຄຳຕອບຈາກພາກສ່ວນໃດເລີຍ.

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.