ສຸດຍອດ ນັກວິໄຈຈີນປະສົບຜົນສຳເລັດ ປ່ຽນອະໄວຍະວະ ໝູ ໃຫ້ ລີງ

0
115

ຄະນະນັກວິໄຈຈີນປະສົບຜົນສຳເລັດໃນການປ່ຽນອະໄວຍະວະ ແລະ ເນື້ອເຍື່ອຈາກໝູ ທີ່ໄດ້ຮັບການດັດແປງພັນທຸກຳສູ່ລີງຈຳນວນ 4 ໂຕ ເຊິ່ງທັງໝົດມີຊີວິດຢູ່ລອດມາແລ້ວປະມານ 10 ວັນ.

ວັນທີ 28 ຕຸລາ 2022, ສຳນັກຂ່າວຊິນຮົວລາຍງານວ່າ: ການປ່ຽນອະໄວຍະວະຕ່າງສາຍພັນຄັ້ງນີ້ ດຳເນີນໂດຍຄະນະນັກວິໄຈ ແລະ ແພດຈາກໂຮງໝຊີຈິງ ໃນເຄືອມະຫາວິທະຍາໄລການແພດກອງທັບອາກາດ ນະຄອນຊີອານ ເມືອງເອກຂອງມົນທົນສ່ານຊີ ທາງຕາເວັນຕົກສຽງເໜືອຂອງຈີນ ໃນວັນທີ 16 ຕຸລາຜ່ານມາ.

ທັງນີ້, ຄະນະນັກວິໄຈປ່ຽນຕັບ, ຫົວໃຈ, ໝາກໄຂ່ຫລັງ, ແກ້ວຕາ, ຜິວໜັງ ແລະ ເນື້ອເຍື່ອກະດູກຂອງໝູ ສູ່ລີງ 4 ໂຕ. ປັດຈຸບັນອະໄວຍະວະ ແລະ ເນື້ອເຍື່ອທັງໝົດທີ່ໄດ້ຮັບການປ່ຽນລ້ວນຢູ່ໃນສະພາບດີ ໂດຍຂັ້ນຕອນຍາກທີ່ສຸດຂອງການຜ່າຕັດຄືການປ່ຽນຕັບ ແລະ ໝາກໄຂ່ຫລັງໃຫ້ລີງນ້ຳໜັກ 10 ກິໂລ.

ປັດຈຸບັນທົ່ວໂລກປະສົບບັນຫາຂາດເຂີນອະໄວຍະວະມະນຸດ ບັນດານັກວິທະຍາສາດຈຶ່ງຫວັງວ່າການໃຊ້ອະໄວຍະວະສັດທີ່ເໝາະສົມຕໍ່ການປ່ຽນອາດຊ່ວຍແກ້ໄຂບັນຫາດັ່ງກ່າວ ເຊິ່ງການທົດລອງຄັ້ງນີ້ບົ່ງຊີ້ວ່າ: ການປ່ຽນຕ່າງສາຍພັນນັ້ນສາມາດແກ້ໄຂບັນຫານີ້ໄດ້.

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.