ຄົນເກີດວັນອາທິດ:ການງານການເຈລະຈາທຸລະກິດຈະການງານຈະປະສົບຄວາມສຳເລັດ ການເງິນ ມື້ນີ້ຈະໄດ້ໂຊກຈາກຄົນທີ່ທ່ານໄວໃຈ ເອົາໂຊກມາໃຫ້ ຄວາມຮັກລະວັງເລື່ອງມືທີ່ສາມເຂົ້າມາເຮັດໃຫ້ທ່ານມີບັນຫາກັບຄົນຮັກ ເຄື່ອງມຸງຄຸນແຫວນຄໍາ ສີມຸງຄຸນສີນໍ້າຕານ ເລກນຳໂຊກ6
ຄົນເກີດວັນຈັນ:ການງານມີໂອກາດໄດ້ປ່ຽນແປງຍົກຍ້າຍວຽກງານໃໝ່ ການເງິນຈະພົບຜູ້ອຸປະຖຳດ້ານການເງິນໃຫ້ແກ່ທ່ານ ຄວາມຮັກເດີນທາງແລ້ວໄດ້ພົບຄົົນທີ່ມີສະເໜ່ ເຄື່ອງມຸງຄຸນໄຂ່ມຸກ ສີມຸງຄຸນສີແດງ ເລກນຳໂຊກ7
ຄົນເກີດວັນອັງຄານ:ການງານເກີດການເຈລະຈາຕໍ່ລອງແລ້ວຈະສຳເລັດໃນດ້ານການງານ ການເງິນໃຊ້ຈ່າຍໃຫ້ມີຂອບເຂດ ລະວັງເລື່ອງໃຊ້ຈ່າຍເກີນຕົວຈົນກໍເປັນໜີ້ ຄວາມຮັກມີຄວາມສຸກກັບຄົນຮັກຫຼາຍໃນຊ່ວງນີ້ ແຕ່ຕ້ອງລະວັງເລື່ອງຂອງຄໍາເວົ້າ ເຄື່ອງມຸງຄຸນໄຂ່ມຸກ ສີມຸງຄຸນສີດໍາ ເລກນຳໂຊກ2
ຄົນເກີດວັນພຸດ:ການງານ ເຮັດທຸລະກິດດ້ານຊັບສິນຈະປະສົບຄວາມສຳເລັດດີ ການເງິນມີຜູ້ໃຫຍ່ຈະເຂົ້າມາຊ່ວຍໃນເລື່ອງການເງິນ ຊ່ວຍແບ່ງເບົາທ່ານໄດ້ບໍ່ຫຼາຍກໍໜ້ອຍ ຄວາມຮັກມີໂອກາດໄດ້ພົບຮັກແບບບໍ່ທັນຕັ້ງໂຕ ອາດຕາກຄົນທາງໄກ ເຄື່ອງມຸງຄຸນ ຄໍາຝຣັ່ງ ສີມຸງຄຸນສີແດງ ເລກນຳໂຊກ1
ຄົນເກີດວັນພະຫັດ:ການງານພົບອຸປະສັກທີ່ເຮັດໃຫ້ຮູ້ສຶກເກີດຄວາມກັງວົນໃຈ ການເງິນບໍລິວານຈະອຸປະຖຳດ້ານການເງິນແກ່ທ່ານເຂົ້າມາໃຫ້ໃຊ້ຈ່າຍ ຄວາມຮັກມີໂອກາດພົບຮັກກັບຄົນຜິວສອງສີ ແຕ່ອາດບໍ່ແມ່ນເນື້ອຄູ່ ເຄື່ອງມຸງຄຸນຫີນນໍາໂຊກສີຂຽວ ສີມຸງຄຸນສີຟ້າ ເລກນຳໂຊກ1
ຄົນເກີດວັນສຸກ:ການງານເກີດການປ່ຽນແປງດ້ານວຽກງານ ເພາະວຽກຫຼາຍໃນຊ່ວງນີ້ ການເງິນພົບເລື່ອງເສຍເງິນ ແຕ່ເສຍໄປກັບການປຸກສ້າງຕໍ່ເຕີມພາຍໃນບ້ານ ຄວາມຮັກໄດ້ພົບຮັກຈາກການເດິນທາງຕິດຕໍ່ວຽກງານໃນຊ່ວງນີ້ ເຄື່ອງມຸງຄຸນເພັດສີແດງ ສີມຸງຄຸນສີດໍາ ເລກນຳໂຊກ9
ຄົນເກີດວັນເສົາ:ການງານປະສົບຄວາມສຳເລັດໃນການເຮັດທຸລະກິດສື່ອອນໄລນ໌ ການເງິນໃຫ້ລະວັງເລື່ອງຂອງການເງິນ ເພາະການເງິນບໍ່ຄົງທີ່ ຄວາມຮັກພະຍາຍາມເຂົ້າຫາ ແລະ ໃສ່ໃຈຄົນທີ່ຮັກໃຫ້ຫຼາຍ ເພາະລາວອາດຮູ້ສຶກຈະບໍ່ໂອເຄກັບທ່ານແລ້ວ ເຄື່ອງມຸງຄຸນແຫວນຄໍາ ສີມຸງຄຸນສີບົວ ເລກນຳໂຊກ3