ພາຍໃນ 9 ເດືອນ ປກສ ແຂວງເຊກອງ ມ້າງຄະດີຢາເສບຕິດໄດ້ 94 ເລື່ອງ

0
153

ທ່ານ ພັອ ທະວີສັກ ເພັດພູຫຼວງ ຮອງຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບແຂວງເຊກອງ ລາຍງານໃຫ້ຮູ້ວ່າ: ໃນໄລະຍະຜ່ານມາ, ຄະນະ ພັກ-ຄະນະກອງບັນຊາການ ໄດ້ເອົາໃຈໃສ່ຊີ້ນໍາກໍາລັງພວກເຮົາຈັດຕັ້ງປະຕິບັດຕາມລະບຽບການ ແລະ ວິທີການດ້ານວິຊາສະເພາະ ໂດຍຮັບປະກັນໃນ 3 ຫຼັກການໃຫຍ່ຂອງເນື້ອໃນວາລະ

ແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ຄື: ຄວາມເດັດຂາດ, ຄວາມໂປ່ງໃສ ແລະ ຄວາມເປັນມືອາຊີບ; ເຊິ່ງໃນໄລຍະໃນ 9 ເດືອນ ຜ່ານມາ, ປກສ ແຂວງ ເຊກອງ ມ້າງຄະດີຢາເສບຕິດ ໄດ້ທັງໝົດ 94 ເລື່ອງ, ຈັບຜູ້ຕ້ອງຫາໄດ້ 108 ຄົນ ຍິງ 8 ຄົນ, ສາມາດຢຶດຢາເສບຕິດ ປະເພດຢາບ້າໄດ້ຈຳນວນ 86,959 ເມັດ, ພາຫະນະ

ລົດໃຫຍ່ (ຮຸນໃດ) ຈໍານວນ 1 ຄັນ, ລົດຈັກ 31 ຄັນ, ໂທລະສັບ 78 ໜ່ວຍ, ປືນດັດແປງ 2 ກະບອກ, ພ້ອມດ້ວຍລູກປືນ 55 ລູກ, ປືນແກັບ 2 ກະບອກ, ລູກປືນ AK 19 ລູກ, ລູກໂບກຜາລະເບີດ 4 ອັນ, ລູກແກັບ 300 ລູກ, ອຸປະກອນຄວບຄຸມລະເບີດ 2 ອັນ ແລະ ເງິນກີບຈຳນວນ 25.379.000 ກີບ, ເງິນໂລດາ 5 ໂລດາ ແລະ ເງິນດົງ 3.000 ດົ່ງ.

ພ້ອມນີ້, ຍັງໄດ້ສະຫຼຸບສໍານວນຄະດີ ຄ້າ-ຂາຍຢາເສບຕິດ ສົ່ງໃຫ້ໄອຍະການປະຊາຊົນແຂວງຈຳນວນ 20 ເລື່ອງ, ມີຕ້ອງຫາ 20 ຄົນ; ສົ່ງຕ້ອງຫາພ້ອມສໍານວນຄະດີຢາເສບຕິດໃຫ້ກອງພົນທີ V ແຂວງຈໍາປາສັກ 1 ຄົນ ພ້ອມຢາເສບຕິດ 152 ເມັດ; ໄດ້ສຶກສາອົບຮົມຜູ້ເສບ ແລະ ມົ້ວສຸມຢາເສບຕິດ, ພ້ອມທັງສ້າງບົດບັນທຶກກ່າວເຕືອນ

ຈຳນວນ 647 ຄົນ ຍິງ 12 ຄົນ; ນໍາເອົາຢາເສບຕິດໄປວິໄຈຢູ່ກົມນິຕິວິທະຍາ ກະຊວງ ປກສ 1 ຄັ້ງ, ມີ 20 ຕົວ ຢ່າງ; ກວດນໍ້າປັດສະວະຊອກຫາສານເສບຕິດ 421 ຄົນ, ຍິງ 37 ຄົນ; ເກັບກຳຂຶ້ນບັນຊີເປົ້າໝາຍຄ້າ-ຂາຍຕ່າງໆ ໄດ້ 308 ຄົນ, ຍິງ 9 ຄົນ; ຂຶ້ນບັນ ຊີເປົ້າໝາຍມົ້ວສຸມເສບຢາເສບຕິດ 1.488 ຄົນ, ຍິງ 27 ຄົນ;

ຂຶ້ນບັນຊີ ຄອບຄົວປອດຢາເສບຕິດ ໄດ້ທັງໝົດ 1,030 ຄອບຄົວ; ຂຶ້ນບັນຊີບ້ານປອດຢາເສບຕິດ ໄດ້ 10 ບ້ານ; ເກັບກຳຂຶ້ນບັນຊີຄອບຄົວຈະສ້າງເປັນຄອບຄົວປອດຢາເສບຕິດ ມີ 9.545 ຄອບຄົວ; ເກັບກໍາຂຶ້ນບັນຊີກຳນົດບ້ານຈະສ້າງໃຫ້ເປັນບ້ານປອດຢາເສບຕິດ ມີ 117 ບ້ານ; ນອກນີ້, ດຳເນີນການຕິດຕາມ ກວດກາ, ສະເພາະກຳລັງ ປກສ ແຂວງ ແລະ ເມືອງ ທີ່ມີສ່ວນພົວພັນກັບສິ່ງເສບຕິດ, ເຊິ່ງໄດ້ກວດນ້ຳປັດສະວະ ສະເພາະກຳລັງ ປກສ 290 ສະຫາຍ, ຍິງ 36 ສະຫາຍ.

ທ່ານ ພັອ ທະວີສັກ ເພັດພູຫຼວງ ໃຫ້ຮູ້ຕື່ມວ່າ: ສໍາລັບທິດທາງແຜນການ 3 ເດືອນຕໍ່ໜ້າ, ຈະສຸມໃສ່ຈັດຕັ້ງປະຕິບັດໂຄງການແກ້ໄຂບັນຫາຢາເສບຕິດ ໃນທົ່ວສັງຄົມ ໃຫ້ໄດ້ຮັບການແກ້ໄຂຢ່າງຂາດຕົວ; ເປັນເຈົ້າການເລີກຮື້ມ້າງລາຍຄະດີ ທຸກໆເປົ້າໝາຍຄ້າ-ຂາຍຢາເສບຕິດທຸກປະເພດ ແລະ ສະຫຼຸບສົ່ງໃຫ້ອົງການໄອຍະການແຂວງ, ເຮັດໃຫ້ຜູ້

ກະທຳຜິດ ໄດ້ດຳເນີນການຕັດສິນຕາມລະບຽບກົດໝາຍ; ດຳເນີນການກວດນໍ້າປັດສະວະ ຊອກຫາສານເສບຕິດໃຫ້ພະນັກງານ-ລັດຖະກອນ, ນັກຮຽນ-ນັກສຶກສາ, ຜູ້ສະໝັກເຂົ້າເຮັດວຽກ ແລະ ບັນດາກຸ່ມເປົ້າໝາຍມົ້ວສຸມແຕ່ລະປະເພດ; ນໍາສົ່ງຜູ້ຕິດຢາເສບຕິດ ໄປບໍາບັດປິ່ນປົວຟື້ນຟູສຸຂະພາບ ຕາມສູນປິ່ນປົວຕ່າງໆຕາມຄວາມ

ເໝາະສົມ; ຈັດຕັ້ງພິທີທຳລາຍຢາເສບຕິດ ໃນວັນແຫ່ງຊາດຕ້ານຢາເສບ ຕິດ; ກວດກາອັດປ່ອງເສັ້ນທາງການລໍາລຽງ, ຂົນສົ່ງ ແລະ ການຈຳໜ່າຍຢາເສບຕິດທຸກປະເພດໃນທົ່ວແຂວງໃຫ້ທົ່ວເຖິງ; ຊຸກຍູ້ ຕິດຕາມ ກວດກາປະເມີນຜົນ ການສ້າງຄອບຄົວ ແລະ ບ້ານປອດຢາເສບຕິດ ຢູ່ບັນດາເມືອງ ແລະ ກຸ່ມບ້ານ; ປະສານສົມທົບກັບ ພະແນກສຶກສາທິການ ແລະ ກິລາແຂວງ ເພື່ອປະເມີນຜົນການສ້າງໂຮງຮຽນປອດຢາເສບຕິດໃຫ້ໄດ້ຕາມແຜນທີ່ວາງໄວ້.

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.