ຮ່ວມສະແດງຄວາມເສຍໃຈກັບການຈາກໄປຂອງ ລີ ຈີຮັນ ນັກສະແດງເກົາຫຼີໃຕ້ ໜຶ່ງໃນຜູ້ເສຍຊີວິດຂອງເຫດການອີແທວອນ

0
139

ບັນດາແຟນຄລັບຮ່ວມສະແດງຄວາມເສຍໃຈກັບການເສຍຊີວິດຂອງ ລີ ຈີຮັນ ທີ່ເປັນນັກສະແດງ ແລະ ນັກຮ້ອງຂອງເກົາຫຼີໃຕ້ ໄດ້ເສຍຊີວິດໃນເຫດການຢຽບກັນເສຍຊີວິດໃນ ອີແທວອນ ປະເທດເກົາຫຼີໃຕ້.

ແຟນຄລັບຕ່າງພາກັນຕົກໃຈກັບເຫດການສຸກສະຫຼົດໃນຄັ້ງນີ້ ທີ່ນັກສະແດງ “ລີ ຈີຮັນ” ລາວໄດ້ເປັນໜຶ່ງຂອງຜູ້ເສຍຊີວິດຂອງເຫດການ ວັນຮາໂລວີນໃນອີແທວອນ ວັນທີ 29 ຕຸລາ “ລີ ຈີຮັນ” (Lee Ji Han) ນັກສະແດງ ອາຍຸ 24 ປີ ສັງກັດຢູ່ 935 ເອນເຕີເທນເມັ້ນ ແລະ ອະດີດຂອງຜູ້ເຂົ້າແຂ່ງຂັນ Produce101 ທີ່ເປັນລາຍການແຂ່ງຂັນເອົານັກຮ້ອງສື່ດັງຂອງເກົາຫຼີໃຕ້ ໂດຍທາງຄອບຄົວໄດ້ຢືນຢັນວ່າ ລີ ຈີຮັນ ໄດ້ເສຍຊີວິດຈາກເຫດອີແທວອນ.

ເຊິ່ງໃນງານກ່ອນທີ່ຈະມີຄົນແຕກຕື່ນນັ້ນ ເກີດມາຈາກໄຟໄໝ້ຮ້ານອາຫານແຖວນັ້ນ ເຮັດໃຫ້ຜູ້ຄົນທີ່ອັດແໜ້ນໄດ້ຕື່ນຕົກໃຈ ແລ້ວບຽດກັນເພື່ອໜີເອົາຊີວິດລອດ ແຕ່ເຫດການທີ່ບໍ່ຄາດຝັນກໍເກີດຂຶ້ນ ເນື່ອງຈາກມີຄົນລົ້ມເຮັດໃຫ້ຫຼາຍໆຄົນກໍລົ້ມທັບກັນຈົນຄາດອາກາດຫາຍໃຈ ແລ້ວເສຍຊີວິດຕາມມາ.

ຈາກເຫດການໃນຄັ້ງນີ້ ຕ້ອງເຮັດໃຫ້ຫຼາຍໆຄົນທົ່ວໂລກຕ່າງພາກັນເສຍໃຈ ເພາະເປັນມື້ທີ່ສະຫຼອງວັນຮາໂລວີນ ແທນທີ່ຈະເປັນມື້ທີ່ຜູ້ຄົນພາກັນມ່ວນຊື່ນ ແຕ່ກັບເກີດເຫດເສົ້າສະຫຼົດ ຜູ້ຄົນນັບຮ້ອຍໄດ້ເສຍຊີວິດໃນສະຖານທີ່ນັ້ນ.

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.