ເຈົ້າໜ້າທີ່ ຕິດຕາມຈັບໄດ້ຄາລົດຈັກຊີບີອາ ພ້ອມຂອງກາງຢາບ້າ 3.000 ກວ່າເມັດ

0
152

ວັນທີ 25 ຕຸລາ ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດ ປກສ ເມືອງໄຊບົວທອງ ແຂວງຄຳມ່ວນ ໄດ້ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງລົງຕິດຕາມເປົ້າ ໝາຍຢາເສບຕິດໄດ້ຢູ່ເຂດບ້ານສີວິໄລ ເມືອງໄຊບົວທອງ ໂດຍເປົ້າໝາຍເປັນຊາຍ ແລະ ຍິງ ຂັບຂີ່ລົດຈັກຊີບີອາ ໃນທ່າທາງມີພິລຸດສົງໄສ ຈຶ່ງທໍາການ ກວດຄົ້ນພົບເຫັນຢາບ້າ ຈໍານວນ 3.045 ເມັດ.

ເຈົ້າໜ້າທີ່ວິຊາສະເພາະ ປກສ ເມືອງໄຊບົວທອງ ໃຫ້ຮູ້ວ່າ: ພາຍຫຼັງໄດ້ຮັບລາຍງານ, ພໍຮອດເວລາ 18:00 ໂມງ ຂອງວັນດຽວກັນ ຈຶ່ງພົບເຫັນເປົ້າໝາຍ ຂັບຂີ່ລົດຈັກ ຊີບີອາ ສີດຳ ບໍ່ມີປ້າຍທະບຽນ ມາຈອດຢູ່ແຄມທາງເຂດບ້ານສີວິໄລ ຈຶ່ງໄດ້ສະແດງຕົວເຂົ້າປິດລ້ອມກັກຕົວ ແລະ ທຳການກວດຄົ້ນ ຈຶ່ງພົບເຫັນເຄື່ອງຂອງກາງຢາບ້າ ຈຳນວນ 16 ລວມມີຢາບ້າ 3.045 ເມັດ ຊຸກເຊື່ອງໄວ້ໃນກະເປົາພາຍ. ນອກນັ້ນ, ຍັງມີເງິນ 60.000.000 ກີບ, ເງິນບາດ 19.000 ບາດ, ໂທລະສັບມືຖື 2 ເຄື່ອງ ແລະ ລົດຈັກ 1 ຄັນ ພ້ອມທັງກັກຕົວພວກກ່ຽວໄປສອບສວນຂະຫຍາຍຜົນ.

ເຈົ້າໜ້າທີ່ ປກສ ເມືອງໄຊບົວທອງ ໃຫ້ຮູ້ວ່າ: ຜູ້ຖືກຫາຊື່ ທ້າວ ຈອນ ອາຍຸ 45 ປີ ຢູ່ບ້ານດົງຂວາງ ເມືອງອາດສະພອນ ແຂວງສະຫວັນນະເຂດ ແລະ ນາງ ລຳ ອາຍຸ 30 ປີ ຢູ່ບ້ານໂພນຊ້າງໄພ ເມືອງບົວລະພາ ແຂວງຄຳມ່ວນ, ເຊິ່ງພວກກ່ຽວສາລະພາບວ່າ: ຢາບ້າຈຳນວນດັ່ງກ່າວແມ່ນເປັນຂອງພວກກ່ຽວແທ້ ໂດຍໄດ້ຊື້ມາເພື່ອຈະນໍາໄປຂາຍໃຫ້ກັບໄວລຸ້ນມົ້ວສຸມເສບຢາຢູ່ເຂດບ້ານສີວິໄລ, ແຕ່ຖືກເຈົ້າໜ້າທີ່ຕຳຫຼວດ ປກສ ເມືອງໄຊບົວທອງ ຈັບພ້ອມຂອງກາງໄປດໍາເນີນຄະດີ.

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.