ເຈົ້າໜ້າທີ່ ເລັ່ງຕິດຕາມຈັບຜູ້ກໍ່ເຫດ ລ ັ ດ ຍ ິ ງຄົນຢູ່ເຂດພູ 9 ຫຼັກ

0
137

ເຈົ້າໜ້າທີ່ ປກສ ແຂວງວຽງຈັນ ສົມທົບກັບພາກສ່ວນກ່ຽວຂ້ອງເລັ່ງຊອກຫາຄົນຮ້າຍທີ່ກໍ່ເຫດລັດຍິງປະຊົນຢູ່ບ້ານທົ່ງເໜືອດ (ພູ 9 ຫຼັກ) ແຂວງ ວຽງຈັນ ເສຍຊີວິດໃນຂະນະຂັບລົດຈັກໄປຄັງລ້ຽງສັດ ມາດໍາເນີນຄະດີຕາມລະບຽບກົດໝາຍ.

ເຈົ້າໜ້າທີ່ ປກສ ເມືອງກາສີ ໃຫ້ຮູ້ວ່າ: ເຫດການດັ່ງກ່າວເກີດຂຶ້ນໃນວັນທີ 25 ຕຸລາ 2022 ຜ່ານມານີ້, ເວລາປະມານ 11:00 ໂມງ ໄດ້ມີເຫດການຄາດຕະກໍາເກີດຂຶ້ນຢູ່ບ້ານທົ່ງເໝືອດ ເມືອງກາສີ ແຂວງວຽງຈັນ, ມີຜູ້ເສຍຊີວິດ 1 ຄົນ ຊື່ ທ້າວ ເພັງ ອາຍຸ 47 ປີ, ຢູ່ ບ້ານທົ່ງເໝືອດ ກໍາລັງຂັບຂີ່ລົດຈັກ ເພື່ອຈະໄປຄັງລ້ຽງສັດ ພໍເດີນທາງອອກຈາກບ້ານໃກ້ຈະຮອດຄັງດັ່ງກ່າວ ຈຶ່ງຖືກຄົນສະກັດລັດຍິງ.

ຜ່ານການລົງກວດກາຊັນນະສູດສະຖານທີ່ເກີດເຫດ ຈຶ່ງພົບເຫັນກະສອບລູກປືນ AK (ອາກາ) ທີ່ຕົກຢູ່ແຄມທາງຈໍານວນ 7 ກະສອບ ແລະ ກະສອບລູກປືນ 7,65 ຈຳນວນ 7 ກະສອບ, ມີຮ່ອງຮອຍຖືກຍິງຢູ່ຕາມແຂນ, ໃບໜ້າ ແລະ ລໍາຕົວຈຳນວນ 10 ຈຸດ. ປັດຈຸບັນ, ເຈົ້າໜ້າທີ່ກຳລັງເກັບກໍາຫາຂໍ້ມູນເພີ່ມຕື່ມ ພ້ອມທັງຊອກຫາຜູ້ກໍ່ເຫດມາລົງໂທດຕາມລະບຽບກົດໝາຍ.

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.