31 ຕຸລາ ຫາ 06 ພະຈິກ 2022 ຈະ ເຮັດໃຫ້ອາກາດເຢັນ ຫາ ຫນາວເຢັນລົງ 1 ຫາ 2 ອົງສາຢູ່ໃນແຕ່ລະພາກ ແລະ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມ

0
163

ໃນໄລຍະວັນທີ 31 ຕຸລາ ຫາ 06 ພະຈິກ 2022 ມວນອາກາດເປັນທີ່ປະເທດຈີນຈະແຜ່ລົງມາປົກຄຸມຢູ່ທົ່ວທຸກ ພາກຂອງປະເທດລາວດ້ວຍກໍາລັງອ່ອນ ຫາ ປານກາງ, ສົມທົບກັບກະແສລົມຕາເວັນອອກສ່ຽງເຫນືອພັດປົກຄຸມ ຊື່ງຈະ ເຮັດໃຫ້ອາກາດເຢັນ ຫາ ຫນາວເຢັນລົງ 1 ຫາ 2 ອົງສາຢູ່ໃນແຕ່ລະພາກ ແລະ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມ ພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ.ຄາດຄະເນສະພາບອາກາດ ໃນແຕ່ລະພາກດັ່ງລຸ່ມນີ້:

ພາກເຫນືອດ້ານຕາເວັນອອກ: ໃນໄລຍະຕົ້ນ ຫາ ກາງອາທິດ ແຕ່ວັນທີ 31 ຕຸລາ ຫາ 03 ພະຈິກ 2002 ອາກາດຈະຫນາວເຢັນ ພ້ອມມີຫມອກຫນາປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ. ຈາກນັ້ນໃນໄລຍະທ້າຍອາທິດ ແຕ່ວັນທີ 04 ຫາ 06 ພະຈິກ 2022 ຈະມີ ຝົນຕົກໃນລະດັບຄ່ອຍ ຢູ່ບາງທ້ອງຖິ່ນ ແຂວງ ຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ ອຸນຫະພູມຕໍ່າສຸດ 11 – 15 ອົງສາ ແລະ ສູງສູດ 21 – 25 ອົງສາ.

ພາກເຫນືອດ້ານຕາເວັນຕົກ: ໃນໄລຍະຕົ້ນ ຫາ ກາງອາທິດ ແຕ່ວັນທີ 31 ຕຸລາ ຫາ 03 ພະຈິກ 2022 ອາກາດຈະເຢັນ ຫາ ຫນາວ ເຢັນ ພ້ອມມີຫມອກບາງປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ. ຈາກນັ້ນໃນທ້າຍອາທິດ ແຕ່ວັນທີ 04 ຫາ 06 ພະຈິກ 2012 ອາກາດຍັງ ຈະເຢັນ ຫາ ຫນາວເຢັນ ແລະ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ອຸນຫະພູມຕໍ່າສຸດ 13 – 19 ອົງສາ ແລະ ສູງສຸດ 28 – 32 ອົງສາ.

ພາກກາງ: ໃນໄລຍະວັນທີ 31 ຕຸລາ ຫາ 06 ພະຈິກ 2012 ອາກາດຈະເປັນ ພ້ອມມີມອາບາງປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ ແລະ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ອຸນຫະພູມຕໍ່າສຸດ 18 – 22 ອົງສາ ແລະ ສູງສຸດ 26 – 32 ອົງສາ. ສໍາລັບແຂວງ ໄຊສົມບູນ: ອາກາດຈະຫນາວເຢັນ ພ້ອມມີຫມອກຫນາປົກ
ຫຸ້ມໃນຕອນເຊົ້າ ແລະ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມ Iລົ້ມພັດແຮງຢູ່ບາງບໍລິເວນ ອຸນຫະພູມຕໍ່າສຸດ 08 – 10 ອົງສາ ແລະ ສູງສຸດ 27 – 29 ອົງສາ.ພາກໃຕ້:

ໃນໄລຍະວັນທີ 31 ຕຸລາ ຫາ 06 ພະຈິກ 2022 ອາກາດຈະເຢັນໃນຕອນເຊົ້າ ແລະ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມ ມີລົມພັດແຮງຢູ່ບາງທ້ອງຖິ່ນ ອຸນຫະພູມ
ຕໍ່າສຸດ 18 – 22 ອົງສາ ແລະ ສູງສຸດ 20 – 33 ອົງສາ. ສໍາລັບເຂດພູພຽງບໍລະເວນ: ໃນໄລຍະວັນທີ 31 ຕຸລາ ຫາ 04 ພະຈິກ 2002 ອາກາດຈະຫນາວເຢັນ ພ້ອມມີຫມອກຫນາປົກຫຸ້ມຢູ່ ທົ່ວໄປ. ຈາກນັ້ນໃນທ້າຍອາທິດວັນທີ 05 ຫາ 06 ພະຈິກ 2012 ອາກາດຍັງຈະຫນາວເຢັນ ແລະ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງບໍລິເວນ ອຸນຫະພູມຕ່ໍາສຸດ 10 – 12 ອົງສາ ແລະ ສູງສຸດ 23 – 25 ອົງສາ,

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.