ລັດວິສາຫະກິດນ້ຳມັນເຊື້ອໄຟລາວ (ລນລ) ເຊັນສັນຍາ ກັບ ບໍລິສັດ Gaia Petro ກຽມຜະລິດໃນລາວເພື່ອຫຼຸດການນຳເຂົ້າ

0
218

ລັດວິສາຫະກິດນ້ຳມັນເຊື້ອໄຟລາວ (ລນລ) ເຊັນສັນຍາ ກັບ ບໍລິສັດ Gaia Petro ສ. ເກົາຫລີ ເພື່ອດໍາເນີນການສ້າງຕັ້ງບໍລິສັດ ຮ່ວມທຶນ (JVC) ໂດຍໃຊ້ທຶນທັງໝົດ 20 ລ້ານໂດລາສະຫະລັດ ສະໜອງນ້ຳມັນຊີວະພາບໃນລາວເລີ່ມທ້າຍປີນີ້.

ໃນວັນທີ 1 ພະຈິກ 2022 ນີ້ ທີ່ໂຮງແຮມ ລາວພາຊາ ໄດ້ມີພິທີເຊັນສັນຍາການຮ່ວມທຶນ ເພື່ອດໍາເນີນໂຄງການຜະລິດນໍ້າມັນຊີວະພາບ ລະຫວ່າງບໍລິສັດ ລັດວິສາຫະກິດນໍ້າມັນເຊື້ອໄຟລາວ ແລະ ບໍລິສັດ Gaia Petro ສ. ເກົາຫລີ ໂດຍການເຂົ້າຮ່ວມຂອງ ທ່ານ ບຸນປອນ ວັນນະຈິດ ຮອງລັດຖະ ມົນຕີ ກະຊວງການເງິນ, ທ່ານ ບຸນເຖິງ

ດວງສະຫວັນ ຮອງລັດຖະມົນຕີ ກະຊວງ ອຸດສາຫະກໍາ ແລະ ການຄ້າ, ທ່ານ ສີນາວາ ສຸພານຸວົງ ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍຫົວໜ້າກົມ, ຮອງກົມ ແລະ ພາກສ່ວນທີ່ກ່ຽວຂ້ອງ.

ໂອກາດດັ່ງກ່າວ ທ່ານ ສີສັງຄົມ ໂຄດໂຍທາ ຜູ້ອໍານວຍການ ບໍລິສັດ ລັດວິສາຫະກິດນໍ້າມັນເຊື້ອໄຟລາວ ໄດ້ກ່າວວ່າ: ເພື່ອປະຕິບັດຕາມນະໂຍບາຍທາງດ້ານຄວາມໝັ້ນຄົງທາງດ້ານພະລັງງານຂອງລັດ ຖະບານ, ລນລ ໄດ້ຈັດຫາແຫລ່ງນໍ້າມັນທາງເລືອກອື່ນ ນອກຈາກການນຳເຂົ້າຈາກຕ່າງປະເທດ ເຊິ່ງການຈັດຫາພະລັງງານຈາກພັນທະພືດ ທີ່ສາມາດປູກໄດ້ເອງ ແລະ ເປັນທ່າ ແຮງຂອງ ສປປ ລາວ ກໍເປັນທາງເລືອກໜຶ່ງທີ່ ລນລ ໄດ້ຮ່ວມກັບ ບໍລິສັດ Gaia Petro ຈາກ ສ. ເກົາຫລີ ໄດ້ສຶກສາຄວາມເປັນໄປໄດ້ດັ່ງກ່າວ.

ພາຍຫລັງ ລຮລ ແລະ ບໍລິສັດ Gaia Petro ໄດ້ມີການເຊັນສັນຍາບັນທຶກຄວາມເຂົ້າໃຈ ເພື່ອສຶກສາຄວາມເປັນໄປໄດ້ ໃນການສ້າງຕັ້ງ ໂຮງການຜະລິດນ້ຳ ມັນເອຕາໂນນ ໃນ ສປປ ລາວ ໃນວັນທີ 5 ມິຖຸນາ 2022 ຈາກນັ້ນກໍໄດ້ເອົານໍ້າມັນຕົວແບບແອັດຊັງຊີວະພາບໄປໃຫ້ 5 ຫ້ອງທົດລອງຂອງອົງ ການທີ່ກ່ຽວຂ້ອງ ແລະ ໄດ້ຮັບຜົນການ

ທົບສອບແລ້ວ ວ່າເປັນນໍ້າມັນຊີວະພາບຊະນິດໃໝ່ ທີ່ບໍ່ເຄີຍນຳໃຊ້ໃນ ສປປ ລາວ ແລະ ສາມາດນຳໃຊ້ກັບເຄື່ອງຈັກທຸກຊະນິດທີ່ໃຊ້ນ້ຳມັນແອັດຊັງທີ່ນໍາໃຊ້ທົ່ວໄປໄດ້.
ໃນວັນທີ 21 ຕຸລາ 2022 ລນລ ແລະ ບໍລິສັດ Gaia Petro ໄດ້ມີການຈັດສຳມະນາສະເໜີຜະລິດ ຕະພັນດັ່ງກ່າວ ພ້ອມສາທິດການຜະລິດແອັດຊັງເອຕາໂນນ ຂຶ້ນທີ່

ຫ້ອງການເຕັກນິກ ຂອງ ລນລ ທີ່ບ້ານດົງຈອງ ໂດຍມີບັນດາກົມທີ່ກ່ຽວຂ້ອງ ຈາກກະຊວງ ອຸດສາຫະກຳ ແລະ ການຄ້າ, ກະຊວງການເງິນ, ກະຊວງພະລັງງານ ແລະ ບໍ່ແຮ່, ກະຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ພ້ອມບັນດາຜູ້ຕາງໜ້າ ບໍລິສັດ ນໍາເຂົ້າລົດຈຳນວນໜຶ່ງເຂົ້າຮວມ.

ບໍລິສັດ Gaia Petro ໄດ້ສົມທົບກັບ ໄດ້ສົມທົບກັບບໍລິສັດ ທີ່ປຶກສາ ເຂົ້າມາຊ່ວຍໃນການເກັບ ກໍາຂໍ້ມູນ ຂຽນບົດວິພາກຕ່າງໆ ໂດຍປະສານງານຕໍ່ເນື່ອງກັບ ລນລ ເຊິ່ງທາງດ້ານຫຼັກການ ແມ່ນທຸກຝ່າຍເຫັນດີນໍາບົດສຶກສາໂຄງການດັ່ງກ່າວ ເພາະເປັນໂຄງການໜຶ່ງ ທີ່ມີປະສິດທິຜົນ ແລະ ເປັນການຈັດຫາຜະລິດຕະພັນໃໝ່ ທີ່ເປັນມິດຕໍ່

ສິ່ງແວດລ້ອມ ແລະ ມີຕົ້ນທຶນທີ່ຕໍ່າກວ່າ ການນໍາເຂົ້ານໍ້າມັນຈາກຕ່າງ ປະເທດ, ຫຼຸດຜ່ອນການນໍາໃຊ້ເງິນຕາ ແລະ ເປັນການສ້າງວຽກເຮັດງານທໍາໃຫ້ແກ່ ປະຊາຊົນລາວ ໃນຂະແໜງກະສິກໍາອີກດ້ວຍ.

ທ່ານ ສີສັງຄົມ ໂຄດໂຍທາ ຍັງໃຫ້ຮູ້ວ່າ: ໂຄງການ ແມ່ນຈະຕັ້ງຢູ່ທີ່ບ້ານດົງໂພສີ, ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ, ສ້າງຕັ້ງເປັນ ບສ ຮ່ວມທຶນ (JVC) ດ້ວຍໃຊ້ທຶນທັງໝົດ 20 ລ້ານໂດລາສະຫະພລັດ, ໄລຍະໂຄງການ 12 ປີ; ໃນນັ້ນ ບໍລິສັດ Gaia Petro ຖືຮຸ້ນ 55 %; ລນລ ຖືຮຸ້ນ 22,5% ແລະ ນັກລົງທຶນພາຍໃນ ຖືຮຸ້ນ

22,5% ຄາດຜົນຜົນຜະລິດໃນປີທີ 1 ແອັດຊັງຊີວະພາບ 500.000ລິດ/ວັນ ຫລື 10 ລ້ານລິດ/ເດືອນ ແລະ ໃນປີທີ 2 ເປັນຕົ້ນໄປຈະເພີ່ມຂຶ້ນປີລະ 20% ໂດຍຜົນຜະລິດທັງໝົດ ລນລ ຈະເປັນຜູ້ຈຳໜ່າຍ.

ອ່ານຂໍ້ມູນເພີ່ມຕື່ມໄດ້ທີ່: ຂ່າວເສດຖະກິດການຄ້າ

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.