ບຸນທາດຫຼວງປີນີ້ ຈະລາຈອນວາງກຳລັງ 300 ກວ່າສະຫາຍ ອຳນວຍຄວາມສະດວກ

0
282

ງານບຸນນະມັດສະການພຣະທາດຫຼວງ ປະຈໍາປີ 2022 ຈະຈັດຂຶ້ນໃນລະຫວ່າງວັນທີ 4-8 ພະຈິກ 2022, ເຊື່ອວ່າຈະມີມວນຊົນຫຼັ່ງໄຫຼກັນເຂົ້າມາທ່ຽວຊົມ ແລະ ກາບໄຫວ້ອົງພຣະທາດຫຼວງຢ່າງຄັບຄາໜາແໜ້ນ ແລະ ເຮັດໃຫ້ເສັ້ນທາງບາງເສັ້ນເປັນອໍາມະພາດ ເກີດບັນຫາລົດຕິດອັ່ງອໍ; ສະນັ້ນ, ເພື່ອຮັບມືກັບບັນຫາດັ່ງກ່າວ ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ນະຄອນຫຼວງວຽງຈັນ ຈະວາງກໍາລັງເຂົ້າປ້ອງກັນ ແລະ ອໍານວຍຄວາມສະດວກໃຫ້ຜູ້ໃຊ້ລົດ-ໃຊ້ຖະໜົນ ຈໍານວນ 300 ກວ່າສະຫາຍ.

ກອງປະຊຸມຜ່ານແຜນປ້ອງກັນ ງານບຸນນະມັດສະການພຣະທາດຫຼວງ ທີ່ໄຂຂຶ້ນໃນວັນທີ 28 ຕຸລາ 2022, ເຂົ້າຮ່ວມເປັນປະທານໂດຍ ພັອ ຄໍາສອນ ສີດາວົງ ຮອງຫົວໜ້າກົມຕໍາຫຼວດຈະລາຈອນ, ພັທ ຈັນທະບູນ ມະນີວົງ ຮອງຫົວໜ້າ ຫ້ອງຕໍາຫຼວດ ຜູ້ຊີ້ນໍາວຽກງານພະແນກຕໍາຫຼວດຈະລາຈອນ ນະຄອນຫຼວງວຽງຈັນ.

ໃນພິທີ, ພັທ ທອງສະຫວັນ ນາມວົງ ຮອງຫົວໜ້າພະແນກຕໍາຫຼວດຈະລາຈອນ ນະຄອນຫຼວງວຽງຈັນ ຂຶ້ນຜ່ານແຜນປ້ອງກັນ ວ່າ:

ເພື່ອເຮັດໃຫ້ສະພາບການສັນຈອນ ໃນໄລຍະງານບຸນດັ່ງກ່າວ ມີຄວາມສະດວກ-ສະບາຍ ແລະ ຮັບປະກັນບໍ່ໃຫ້ມີລົດຕິດອັ່ງອໍຫຼາຍຊົ່ວໂມງ, ພະແນກຕໍາຫຼວດຈະລາຈອນ ຈະສຸມກໍາລັງລົງປະຕິບັດໜ້າທີ່ ເລີ່ມແຕ່ວັນທີ 4-8 ພະຈິກນີ້ ຢູ່ຕາມຈຸດສັບສົນ 3 ແຍກ, 4 ແຍກ, ຕາມສາຍທາງຫຼັກທີ່ມວນຊົນຈະນໍາໃຊ້ເຂົ້າມາທ່ຽວຊົມພາຍໃນງານ ເພື່ອອໍານວຍຄວາມສະດວກຮອບດ້ານໃຫ້ແກ່ຜູ້ຂັບຂີ່ ໂດຍສະເພາະແມ່ນ ຢູ່ເສັ້ນທາງໜອງບອນ, ຖະໜົນທາດຫຼວງ, ກໍາແພງເມືອງ, ຖະໜົນໄກສອນ, ໂພນໄຊ, 23 ສິງຫາ ແລະ ເສັ້ນທາງເສັ້ນອື່ນໆ.

ນອກນີ້, ຍັງຈະບັນຈຸກຳລັງລົງປະຈໍາຢູ່ບັນດາທາງຮ່ອມຕ່າງໆ ທີ່ຢູ່ອ້ອມຮອບພຣະທາດຫຼວງ ທີ່ອາດຈະເກີດບັນຫາລົດຕິດອັ່ງອໍ ເຊິ່ງລວມທັງໝົດ 79 ຈຸດປ້ອງກັນ; ໃນນີ້, ວົງໃນ 50 ຈຸດ ແລະ ວົງນອກ 29 ຈຸດ. ບໍ່ພຽງເທົ່ານີ້, ຍັງມີປ້ອມປະຈໍາ 19 ປ້ອມ, ປ້ອມຖາວອນ 10 ປ້ອມ, ມີ 10 ຈຸດຄອຍເຫດ, ມີ 1 ບູດໂຄສະນາ ແລະ ມີ 4 ດ່ານກວດກາ, ລວມຈໍານວນພົນເຂົ້າປ້ອງກັນທັງໝົດ 359 ສະຫາຍ.

ນອກຈາກນີ້, ພະແນກຕໍາຫຼວດຈະລາຈອນ ນະຄອນຫຼວງວຽງຈັນ ຍັງໄດ້ມອບໃຫ້ ຈະລາຈອນ 4 ເມືອງ ລົງຕັ້ງດ່ານກວດກາຍານພາຫະນະ ໃນຊ່ວງງານບຸນດັ່ງກ່າວຕະຫຼອດ 24 ຊົ່ວໂມງ ເພື່ອແກ້ໄຂບັນຫາປະກົດການຫຍໍ້ທໍ້ທີ່ອາດຈະເກີດຂຶ້ນ ຢູ່ຕາມສາຍທາງຕ່າງໆ ເປັນຕົ້ນແມ່ນ: ກອງຈະລາຈອນ ເມືອງນາຊາຍທອງ ຕັ້ງດ່ານກວດຢູ່ບ້ານນາດີ, ກອງຈະລາຈອນ ເມືອງໄຊທານີ ຕັ້ງດ່ານກວດຢູ່ບ້ານທ່າງ່ອນ, ກອງຈະລາຈອນ ເມືອງປາກງື່ມ ຕັ້ງດ່ານກວດຢູ່ບ້ານສົມສະຫວາດ ແລະ ກອງຈະລາຈອນ ເມືອງສັງທອງ ຕັ້ງດ່ານກວດຢູ່ບ້ານປາກຕອນ.

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.