ຂໍຊົມເຊີຍໃນຄວາມມີນ້ຳໃຈ ພົນລະເມືອງດີ ເກັບກະເປົ໋າເງິນເຮ່ຍແລ້ວຕາມຫາເຈົ້າຂອງເພື່ອສົ່ງຄືນ

0
178

ຂໍຊົມເຊີຍໃນຄວາມມີນ້ຳໃຈຂອງເຈົ້າຜູ້ທີ່ເກັບກະເປົາຂອງຄົນອື່ນໄດ້ແລ້ວສົ່ງຄືນເຈົ້າຂອງເດີ້ ພົນລະເມືອງດີ ເກັບກະເປົ໋າເງິນເຮ່ຍແລ້ວຕາມຫາເຈົ້າຂອງເພື່ອສົ່ງຄືນສື່ສັງຄົມອອນລາຍໂພສສະແດງຄວາມຄິດກ່ຽວຄວາມມີນໍ້າໃຈຂອງພົນລະເມືອງດີລາຍໜື່ງ ຈາກກໍລະນີ ຜູ້ຊາຍເຮັດກະເປົ໋າເງິນເຮ່ຍ ທີ່ເສັ້ນທາງຫົວຂົວ ເມືອງໄຊເສດຖາ ນະຄອນຫລວງ

ວຽງຈັນ ໃນວັນທີ 1 ຕຸລາ 2022 ແຕ່ບັງເອີນມີຜູ້ຍິງຂີ່ລົດຈັກມາເຫັນແລ້ວເກັບໄວ້ . ເມື່ອເຈົ້າຂອງຮູ້ສຶກຕົວບໍ່ເຫັນກະເປົ໋າຈິ່ງປະກາດຕາມຫາ ແລ້ວຜູ້ຍິ່ງທີ່ເກັບໄດ້ (ຕາມຮູບ) ໄດ້ນໍາກະເປົ໋າມາສົ່ງເຈົ້າຂອງຄືນ. ດີໃຈນໍາເຈົ້າຂອງກະເປົ໋າ ແລະ ຊົມເຊີຍນໍ້າໃຈພົນລະເມືອງດີ ສັງຄົມລາວຕ້ອງການຄົນດີແບບນີ້.ເປັນໂຊກດີທີ່ສຸດທີ່ເຈົ້າຂອງກະເປົາໄດ້ກະເປົາຄືນ ເພາະບໍ່ຮູ້ວ່າຊັບສິນທີ່ຢູ່ໃນກະເປົານັ້ນຈະມີມູນຄ່າຫຼາຍຫຼືບໍ່ກໍ່ຕາມ ຖ້າຫາຍໄປກໍ່ໜ້າຈະບໍ່ດີຢູ່ແລ້ວ ແຮງເສດຖະກິດແບບນີ້ແຮງຫາເງິນຍາກ ແລະທ້າຍສຸດຕ້ອງບອກວ່ານັບຖືນ້ຳໃຈຄົນເກັບໄດ້ອີ່ຫຼີ ເຈົ້າຊື່ສັດແລະມີນ້ຳໃຈຫຼາຍ ຊົມເຊີຍເດີ້


ຂໍຊົມເຊີຍໃນຄວາມມີນ້ຳໃຈ ພົນລະເມືອງດີ ເກັບກະເປົ໋າເງິນເຮ່ຍແລ້ວຕາມຫາເຈົ້າຂອງເພື່ອສົ່ງຄືນ


ຂໍຊົມເຊີຍໃນຄວາມມີນ້ຳໃຈ ພົນລະເມືອງດີ ເກັບກະເປົ໋າເງິນເຮ່ຍແລ້ວຕາມຫາເຈົ້າຂອງເພື່ອສົ່ງຄືນ

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.