ຂົວມິດຕະພາບລາວ-ໄທ ແຫ່ງ​ທີ່ 1 ກວດຄົນເຂົ້າ-ອອກເມືອງຢ່າງ​ເຂັ້ມ​ງວດ ໃນເທດສະການບຸນພຣະທາດຫຼວງ

0
223

ພັທ ກິດ່ອນ ກິວົງໄຊ ຮອງຫົວໜ້າຄະນະຄຸ້ມຄອງດ່ານ, ຫົວໜ້າດ່ານ ຕມ ສາກົນ ຂົວມິດຕະພາບ ລາວ-ໄທ ແຫ່ງທີ 1 ໃຫ້ສໍາພາດຕໍ່ນັກຂ່າວ ວັນທີ 28 ຕຸລາ 2022 ທີ່​

ຜ່ານ​ມາວ່າ: ຄະນະພັກ-ຄະນະບັນຊາ ຕມ ສາກົນຂົວມິດຕະພາບ ລາວ-ໄທ ແຫ່ງທີ 1 ໄດ້ກະກຽມຄວາມພ້ອມ ໃນການກວດຄົນເຂົ້າ-ອອກເມືອງຢ່າງ​ເຂັ້ມ​ງວດ ໃນໄລຍະງານບຸນນະມັດສະການພຣະທາດ ຫຼວງວຽງຈັນ ທີ່ຈະຈັດຂຶ້ນລະຫວ່າງວັນທີ 4-8 ພະຈິກ 2022.

ພັທ ກິດ່ອນ ກິວົງໄຊ ກ່າວວ່າ: ໃນໄລຍະງານບຸນນະມັດສະການພຣະທາດຫຼວງປະຈຳປີ 2022, ທາງຄະນະຮັບຜິດຊອບດ່ານ ຕມ ຈະໄດ້ສຸມໃສ່ເຮັດໜ້າທີ່ວຽກງານປ້ອງກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຢູ່ພາຍໃນດ່ານ ຢ່າງເປັນປົກກະຕິ,  ເພີ່ມທະວີເຂັ້ມງວດໃນການ ກວດກາຄົນເຂົ້າ-ອອກດ່ານ ພ້ອມທັງໄດ້ຈັດວາງກໍາລັງເຂົ້າ

ປະຈໍາຈຸດ, ກວດກາເອກະສານ ແຕ່ລະຈຸດ ໃນຂອບເຂດຄວາມຮັບຜິດຊອບ, ປ້ອງກັນ ແລະ ສະກັດກັ້ນກຸ່ມຄົນບໍ່ຫວັງດີ ລັກລອບເຂົ້າ-ອອກເມືອງ, ພ້ອມນີ້ ໄດ້ປະສານສົມທົບກັບທຸກຂະແໜງການພາຍໃນດ່ານ ໃຫ້ເພີ່ມທະວີເປັນເຈົ້າການ, ປະກອບສ່ວນເຂົ້າໃນວຽກງານປ້ອງກັນຄວາມສະຫງົບ ແລະ ຊ່ວຍເປັນຫູ, ເປັນຕາຊ່ວຍເຈົ້າໜ້າທີ່ຖ້າ

ພົບເຫັນບຸກຄົນບໍ່ດີ ຫຼື ຕ້ອງສົງໄສກໍ່ຄວາມ ບໍ່ສະຫງົບໃຫ້ຮີບລາຍງານຕໍ່ເຈົ້າໜ້າທີ່ໂດຍດ່ວນ; ນອກຈາກນີ້, ກໍຈະໄດ້ປະສານສົມທົບກັບ ດ່ານເຊິ່ງໜ້າ ( ດ່ານ ຕມ ໜອງຄາຍ ) ໃນການປ້ອງກັນ, ສະກັດກັ້ນການລັກລອບເຂົ້າ-ອອກ ເມືອງຜິດກົດໝາຍ, ເຂັ້ມງວດກວດກາພາຫະນະເຂົ້າ-ອອກ ທຸກປະເພດເພື່ອຮັບປະກັນ ຄວາມສະຫງົບ-ປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍ.

ພັທ ກິດ່ອນ ກິວົງໄຊ ຍັງຮຽກຮ້ອງມາຍັງນັກທ່ອງທ່ຽວທັງຊາວລາວ ແລະ ຕ່າງປະເທດ ທີ່ມີຈຸດປະສົງເຂົ້າ-ອອກດ່ານ ຫຼື ຈະເດີນທາງມາທ່ຽວຊົມງານບຸນນະມັດສະການພຣະ

ທາດຫຼວງວຽງຈັນ ຈົ່ງກະກຽມເອກະສານການເດີນທາງໃຫ້ຄົບຖ້ວນ ແລະ ໃຫ້ຄວາມຮ່ວມມືກັບເຈົ້າໜ້າທີ່ ໃນການປະຕິບັດໜ້າທີ່ວຽກງານວິຊາສະເພາະ, ພ້ອມທັງຍົກສູງສະຕິໃນການຮັກສາຊັບສິນຂອງຕົນ ບໍ່ໃຫ້ກຸ່ມຄົນບໍ່ຫວັງດີສວຍໂອກາດລັກໄປໄດ້.
ຂໍ້​ມູນ​ຂ່າວ​ຈາກ: ປກ​ສ

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.