ບໍ່ເລືອຫຍັງເລີຍ ດູຕົນໄຟໄໝ້ເຮືອນ 3 ຫຼັງ ສ້າງຄວາມເສຍຫາຍ 56 ລ້ານກວ່າກີບ

0
207

ເກີດເຫດໄຟໄໝ້ເຮືອນປະຊາຊົນ ຢູ່ບ້ານນ້ຳນ້ອຍປາມັນ ຈຳນວນ 3 ຫຼັງ ສ້າງຄວາມເສຍຫາຍ 56 ລ້ານກວ່າກີບ ໃນເວລາປະມານ 13:00 ໂມງ ຂອງວັນທີ 19 ຕຸລາ 2022 ທີ່ຜ່ານມາ.

ພັຕ ສຸວັນຄຳ ວັນນະແສງ ຫົວໜ້າ ປກສ ກຸ່ມບ້ານປາກຄານ ເມືອງວຽງພູຄາ ແຂວງຫຼວງນ້ຳທາ ໃຫ້ຮູ້ວ່າ: ພາຍຫຼັງເກີດເຫດ ກໍໄດ້ແຈ້ງຫາກອງບັນຊາການ ປກສ ເມືອງ ນຳລົດດັບເພີງ ແລະ ບັນຈຸກຳລັງເຂົ້າໄປຊ່ວຍຊາວບ້ານມອດໄຟ ແຕ່ເນື່ອງ ຈາກວ່າບ້ານດັ່ງກ່າວຢູ່ເຂດຫ່າງໄກສອກ ຫຼີກຈາກຕົວເມືອງ ແລະ ເສັ້ນທາງໄປມາ ແມ່ນມີຄວາມຫຍຸ້ງຍາກ ລົດໃຫຍ່ບໍ່ສາມາດໄປ-ມາໄດ້ສະດວກ.

ເຮືອນທີ່ຖືກໄຟໄໝ້ມີເຮືອນຂອງ ທ້າວ ຈ່າກາ , ທ້າວ ຈ່າວູ ແລະ ທ້າວ ຈ່າ ວະນ້ອຍ. ໃນນັ້ນ, ມີເຄື່ອງຂອງໃຊ້ພາຍ ໃນເຮືອນຖືກທີ່ໄຟໄໝ້ຈົນໝົດ. ເນື່ອງຈາກວ່າ ເວລາເກີດອັກຄີໄພພໍ່-ແມ່ຜູ້ປົກຄອງໄປເຮັດສວນຢູ່ເຂດຫ່າງໄກ. ສ່ວນສາເຫດເຈົ້າໜ້າທີ່ເກັບກຳຂໍ້ມູນຫຼັກຖານ ແລະ ຄຳໃຫ້ການຈາກຜູ້ເຫັນເຫດການໃນເບື້ອງຕົ້ນ ອາດເກີດຈາກລູກຫຼານເລີກໂຮງຮຽນຕອນທ່ຽງມາດັງໄຟແຕ່ງຢູ່ຄົວກິນ ແລ້ວລືມດັບມອດໄຟ ຈຶ່ງເຮັດໃຫ້ໄຟລຸກລາມໄປຕິດໃສ່ຝາເຮືອນຄົວຂອງ ທ້າວ ຈ່າກາ ແລ້ວໄໝ້ລາມໄປໃສ່ເຮືອນອີກ 2 ຫຼັງທີ່ຢູ່ໃກ້ຄຽງ.

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.