ກອງບັນຊາການ ປກສ ເມືອງທ່າແຂກ ມ້າງກຸ່ມແກ້ງຄ້າ-ຂາຍຢາເສບຕິດ ປະເພດກັນຊາອັດແທ່ງໄດ້ ຈຳນວນ 722 ກິໂລກຼາມ, ຈັບຕົວຜູ້ຖືກ ຫາໄດ້ 5 ຄົນ.
ເຈົ້າໜ້າທີ່ ໃຫ້ຮູ້ວ່າ: ໃນລະຫວ່າງ ວັນທີ 6-7 ສິງຫາ 2022 ຜ່ານມານີ້; ເຈົ້າໜ້າທີ່ຕຳຫຼວດ ປກສ ເມືອງທ່າແຂກ ໄດ້ສືບຮູ້ມີຜູ້ຖືກສົງໃສທີ່ພົວພັນຄ້າ-ຂາຍຢາເສບຕິດ ບ້ານດອນປາແດກ ແລະ ບ້ານນາມັນປາ ເມືອງໜອງບົກ. ຈຶ່ງໄດ້ຈັດກຳລັງລົງຕິດຕາມກວດກາເຂົ້າກວດຄົ້ນເຮືອນຂອງຜູ້ຖືກສົງໄສ. ໃນເບື້ອງຕົ້ນ, ສາມາດຈັຈັບຕົວໄດ້ 2 ຄົນ.
ຜ່ານການສອບສວນຂອງເຈົ້າໜ້າທີ່, ຜູ້ຖືກຫາຊື່ ທ້າວ ເພັດທະນຸສິນ ອາຍຸ 35 ປີ, ຢູ່ບ້ານດອນປາແດກ ແລະ ທ້າວ ເຢັ້ງ ຫຼື ສີ ອາຍຸ 37 ປີ, ຢູ່ບ້ານນາມັນປາ ເມືອງໜອງບົກ ແຂວງຄຳມ່ວນ. ພວກກ່ຽວໄດ້ມີການພົວພັນ, ຊື້-ຂາຍ ແລະ ຂົນສົ່ງສິ່ງເສບຕິດ ປະເພດກັນຊາອັດແທ່ງ ເພື່ອສົ່ງຂາຍໄປປະເທດໃກ້ຄຽງ ແລະ ຜ່ານມາເຄີຍຊື້-ຂາຍຮ່ວມກັນມາແລ້ວຫຼາຍຄັ້ງ. ນອກນັ້ນ, ພວກກ່ຽວໄດ້ຊັດທອດເຖິງຜູ້ຮ່ວມຂະບວນການເພີ່ມອີກ 3 ຄົນ; ຊື່ທ້າວ ເຊັ້ງຊົ່ງ ອາຍຸ 33 ປີ, ຢູ່ບ້ານໜອງຊົງ, ທ້າວ ເຊີນ ອາຍຸ 32 ປີ, ຢູ່ບ້ານໂພນແພງ ແລະ ທ້າວ ພູສິດ ຫຼື ຊຽງນາງ ອາຍຸ 35 ປີ, ຢູ່ບ້ານໜອງປ໋ອງ ທັງສາມບ້ານຂຶ້ນກັບ ເມືອງຄຳເກີດ ແຂວງບໍລິຄຳໄຊ.
ຫຼັງຈາກເຈົ້າໜ້າທີ່ໄດ້ຮູ້ຂໍ້ມູນດັ່ງກ່າວແລ້ວ ຈຶ່ງໄດ້ຈັດຕັ້ງກຳລັງລົງຕິດຕາມການເຄື່ອນໄຫວຂອງພວກກ່ຽວທັງສາມ ແລະ ໄດ້ເຂົ້າກັກຕົວຜູ້ຖືກຫາທັງ 3 ຄົນ ທີ່ ກຳລັງນັດສົ່ງສິ່ງເສບຕິດຢູ່ທີ່ເຂດບ້ານໂພນພິມ ເມືອງທ່າແຂກ ແຂວງຄຳມ່ວນ ຢູ່ແຄມທາງ ເລກທີ 13 ໃຕ້ ສາມາດຢຶດຂອງກາງໄດ້ ປະເພດກັນຊາອັດແທ່ງ ຈຳນວນ 722 ກິໂລກຼາມ ແລະ ລົດກະບະຣີໂວ້ 2 ຄັນ, ໄປດຳເນີນຄະດີຕາມລະບຽບກົດໝາຍ.
ປັດຈຸບັນ, ຄະດີດັ່ງກ່າວ ເຈົ້າໜ້າທີ່ກອງບັນຊາການ ປກສ ເມືອງທ່າແຂກ ສືບຕໍ່ສອບສວນຂະຫຍາຍຜົນເພື່ອຕິດຕາມຈັບພັກພວກຮ່ວມຂະບວນການ ມາດຳເນີນຄະດີ ແລະ ແລ້ວນຳສົ່ງສຳນວນຄະດີໃຫ້ກອງບັນຊາການ ປກສ ແຂວງຄຳມ່ວນ ສືບຕໍ່ດຳເນີນຕາມຂັ້ນຕອນຕໍ່ໍໄປ.