ພາຍໃນເດືອນຕຸລາ ນະຄອນຫຼວງວຽງຈັນ ມີອຸບັດຕິເຫດເກີດຂຶ້ນເຖິງ 83 ຄັ້ງ

0
162

ເດືອນຕຸລາ 2022, ນະຄອນຫຼວງວຽງຈັນ ມີອຸບັດຕິເຫດເກີດຂຶ້ນທັງໝົດ 83 ຄັ້ງ, ມີຜູ້ເສຍຊີວິດທັງໝົດ 17 ຄົນ ລວມມູນຄ່າເສຍຫາຍ 1.660.000.000 ກີບ, ເມືອງທີ່ເກີດອຸບັດຕິເຫດຫຼາຍກວ່າໝູ່ແມ່ນເມືອງໄຊເສດຖາ ເກີດຂຶ້ນ 19 ຄັ້ງ.

ເຈົ້າໜ້າທີ່ພະແນກຕໍາຫຼວດຈະລາຈອນ ນະຄອນຫຼວງວຽງຈັນ ລາຍງານໃຫ້ຮູ້ວ່າ: ໃນເດືອນຕຸລາ ຜ່ານມາ, ນະຄອນຫຼວງວຽງຈັນ ມີອຸບັດຕິເຫດເກີດຂຶ້ນທັງໝົດ 83 ຄັ້ງ, ສົ່ງຜົນເຮັດໃຫ້ພາຫະນະເປເພເລັກໜ້ອຍ 47 ຄັນ, ສົມຄວນ 115 ຄັນ, ໃຊ້ການບໍ່ໄດ້ 3 ຄັນ, ຄົນໄດ້ຮັບບາດເຈັບເລັກໜ້ອຍ 17 ຄົນ, ສົມຄວນ 56 ຄົນ, ສາຫັດ 26 ຄົນ ແລະ ເສຍຊີວິດ 17 ຄົນ; ເມືອງທີ່ເກີດອຸບັດຕິເຫດຫຼາຍກວ່າໝູ່ແມ່ນເມືອງໄຊເສດຖາ ເກີດຂຶ້ນ 19 ຄັ້ງ, ເມືອງໄຊທານີ ເກີດຂຶ້ນ 15 ຄັ້ງ, ເມືອງຫາດຊາຍຟອງ ເກີດຂຶ້ນ 12 ຄັ້ງ, ເມືອງຈັນທະບູລີ ເກີດຂຶ້ນ 10 ຄັ້ງ, ເມືອງສີສັດຕະນາກ ແລະ ເມືອງສີໂຄດຕະບອງ ເກີດຂຶ້ນເມືອງລະ 9 ຄັ້ງ, ເມືອງປາກງື່ມ ເກີດຂຶ້ນ 4 ຄັ້ງ, ເມືອງນາຊາຍທອງ ເກີດຂຶ້ນ 3 ຄັ້ງ ແລະ ເມືອງ ສັງທອງ ເກີດຂຶ້ນ 2 ຄັ້ງ.

ລັກສະນະໃນການເກີດອຸບັດຕິເຫດ ຕໍາແບບໜ້າເຊິ່ງໜ້າ ເກີດຂຶ້ນ 22 ຄັ້ງ, ຕໍາດ້ານຂ້າງ ເກີດຂຶ້ນ 34 ຄັ້ງ, ດາດເກີດຂຶ້ນ 8 ຄັ້ງ ແລະ ຕໍາທ້າຍ ເກີດຂຶ້ນ 17 ຄັ້ງ ແລະ ຕໍາຄົນຍ່າງ ເກີດຂຶ້ນ 1 ຄັ້ງ; ສ່ວນພາຫະນະຮ່ວມປະກອບມີ: ລົດຈັກຕໍາລົດຍົນ ເກີດຂຶ້ນ 41 ຄັ້ງ, ລົດຈັກຕໍາລົດຈັກ ເກີດຂຶ້ນ 15 ຄັ້ງ, ລົດ ຍົນຕໍາລົດຍົນ ເກີດຂຶ້ນ 8 ຄັ້ງ, ລົດຈັກຕໍາລົດບັນທຸກ ເກີດຂຶ້ນ 6 ຄັ້ງ.

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.