ວັນທີ 28 ຕຸລາ 2022 ເວລາ 13:00 ນາທີ ເຈົ້າໜ້າທີ່ຕຳຫຼວດວິຊາສະເພາະໄດ້ຮັບການລາຍງານຈາກພົນລະເມືອງດີວ່າ: ມີກຸ່ມຄົນບໍ່ດີຈຳນວນໜຶ່ງເຄື່ອນໄຫວ ມົ້ວສຸມ ແລະ ຄ້າຂາຍຢາເສບຕິດ ຢູ່ເຂດບ້ານໂຊກອຳນວຍ ນະຄອນປາກເຊ ແຂວງຈຳປາສັກ ດັ່ງນັ້ນ, ເຈົ້າໜ້າທີ່ຈື່ງໄດ້ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ລົງຕິດຕາມກວດກາສະຖານທີ່ດັ່ງກ່າວເຫັນວ່າມີມູນຄວາມຈິງ ຈາກນັ້ນ, ຈື່ງໄດ້ສົມທົບກັບພາກສ່ວນກ່ຽວຂ້ອງລົງມ້າງຄະດີ ສາມາດກັກຕົວເປົ້າໝາຍໄດ້ 10 ຄົນ.
ທ້າວ ລັດທະທຳມະນູນ ອາຍຸ 27 ປີ ກຳມະກອນ ບ້ານໂຊກອຳນວຍ, ນະຄອນປາກເຊ, ມີເຄື່ອງຂອງກາງຢາບ້າຕິດຕົວ 1034 ເມັດ, ໂທລະສັບ 1 ໜ່ວຍ
ທ້າວ ວິລະສອນ, ອາຍຸ 16 ປີ ກຳມະກອນ ບ້ານຈັດສັນ, ນະຄອນປາກເຊ, ມີເຄື່ອງຂອງກາງຢາບ້າຕິດຕົວ 191 ເມັດ, ໂທລະສັບ 1 ໜ່ວຍ, ລົດຈັກຍີ່ຫໍ້ຮອນດາສະກຸບປີ້ ບໍ່ມີໝາຍເລກທະບຽນ 1 ຄັນ
ທ້າວ ຄຳສະຫວັນ ອາຍຸ 33 ປີ ກຳມະກອນ ບ້ານຈັດສັນ ນະຄອນປາກເຊ ມີເຄື່ອງຂອງກາງຢາບ້າຕິດຕົວ 7 ເມັດ
ທ້າວ ວິໄລພອນ ອາຍຸ 18 ປີ ກຳມະກອນ ບ້ານຈັດສັນ ນະຄອນປາກເຊ ຂໍ້ຫາມົ້ວສຸມເສບຢາເສບຕິດ
ທ້າວ ວິນັດອາຍຸ 17 ປີ ກຳມະກອນ ບ້ານນາແຫກ ນະຄອນປາກເຊ ຂໍ້ຫາມົ້ວສຸມເສບຢາເສບຕິດ ,
ນາງ ນ້ຳຂີງ ອາຍຸ 23 ປີ ກຳມະກອນ ບ້ານໂຊກອຳນວຍ ນະຄອນປາກເຊ ຂໍ້ຫາສົມຮູ້ຮ່ວມຄິດຄ້າຂາຍຢາເສບຕິດ
ທ້າວ ສິນໄຊ ອາຍຸ 33 ປີ ກຳມະກອນ ບ້ານໂຊກອຳນວຍ ນະຄອນປາກເຊ ຂໍ້ຫາມົ້ວສຸມເສບຢາເສບຕິດ,
ທ້າວ ສາຍຝົນ,ອາຍຸ 25 ປີ ກຳມະກອນ ບ້ານນາແຫກ ນະຄອນປາກເຊ ຂໍ້ຫາມົ້ວສຸມເສບຢາເສບຕິດ
ທ້າວ ສິນນະກອນ ອາຍຸ 29 ປີກຳມະກອນ ບ້ານສະໜາມໃຊ ນະຄອນປາກເຊ ຂໍ້ຫາມົ້ວສຸມເສບຢາເສບຕິດ,
ນາງ ໝີ່ ອາຍຸ 27 ປີ ກຳມະກອນ ບ້ານຄັນແຍງ ເມືອງໂພນທອງ, ແຂວງຈຳປາສັກ ຂໍ້ຫາມົ້ວສຸມເສບຢາເສບຕິດ.ສ່ວນຄະດີດັ່ງກ່າວແມ່ນຍັງຢູ່ໃນຂັ້ນຕອນ ສຳນວນ, ສຳເນົາເອກະສານເພື່ອສົ່ງຟ້ອງ ອົງການໄອຍະການປະຊາຊົນ ແຂວງຈຳປາສັກ ດຳເນີນຄະດີຕາມຂັ້ນຕອນຂອງກົດໝາຍ.