ລາວ ຖືກຈັດໃຫ້ເປັນ 1 ໃນປະເທດ ທີ່ໜ້າທ່ຽວທີ່ສຸດໃນປີ 2023  ຈາກ NATIONAL GEOGRAPHIC

0
131

NATIONAL GEOGRAPHIC ໜຶ່ງໃນວາລະສານກ່ຽວກັບ ວິທະຍາສາດ ແລະ ການສຶກສາທີ່ມີຄົນອ່ານຫຼາຍທີ່ສຸດໃນໂລກ ໄດ້ຍົກໃຫ້ ສປປ ລາວ ເປັນ 1 ໃນ 25 ປະເທດທີ່ມີແຫຼ່ງທ່ອງທ່ຽວໜ້າທ່ຽວຊົມ ແລະ ບໍ່ຄວນພາດທີ່ຈະມາທ່ອງທ່ຽວ ໃນປີ 2023 ເຊິ່ງເປັນປະເທດດຽວ ໃນອາຊຽນ ທີ່ຖືກຈັດອັນດັບໃນຄັ້ງນີ້.

ໂດຍໃນການຈັດອັນດັບຂອງ NATIONAL GEOGRAPHIC ໄດ້ແບ່ງອອກເປັນ 5 ໝວດໝູ່ຄື: ຊຸມ​ຊົນ​, ທໍາ​ມະ​ຊາດ​, ວັດ​ທະ​ນະ​ທໍາ​, ຄອບ​ຄົວ​ ແລະ ​ຜະ​ຈົນ​ໄພ​ ເຊິ່ງ ສປປ ລາວ ເຮົາຖືກຈັດເຂົ້າພາຍໃຕ້ຫົວຂໍ້ ຊຸມຊົນ: ບ່ອນທີ່ມີການອະນຸລັກແຕ່ເປັນປະໂຫຍດຕໍ່ທຸກໆຄົນ’ ( Community: Where conservation benefits everyone) ຮ່ວມກັບອີກ 5 ປະເທດເຊັ່ນ: ປະເທດກຣີສ, ສະຫະລັດ ອາເມຣິກາ, ການາດາ ແລະ ປະເທດການາ.

ທາງວາລະສານ ຍັງໄດ້ຍົກ ທາງລົດໄຟລາວ-ຈີນ ທີ່ເປັນລົດໄຟຫົວລູກປືນທີ່ສາມາດແລ່ນໄດ້ເຖິງ 160 ກິໂລແມັດຕໍ່ຊົ່ວໂມງ ວ່າເປັນລົດໄຟຄວາມໄວສູງສາຍໃໝ່ ທີ່ເຮັດໃຫ້ບັນດາຂົງເຂດທີ່ມີຄົນຮູ້ຈັກໜ້ອຍຂອງປະເທດລາວ ສາມາດເຂົ້າເຖິງ, ທ່ອງທ່ຽວ ແລະ ນຳໂອກາດຕ່າງໆທາງເສດຖະກິດມາສູ່ທ້ອງຖິ່ນໄດ້ຫຼາຍຂຶ້ນ.

ໂດຍ ທາງວາລະສານໄດ້ບັນຍາຍເຖິງ ປະເທດລາວວ່າ: “ປະເທດລາວເປັນປະເທດ ທີ່ບໍ່ມີທາງອອກສູ່ທະເລຂອງອາຊີຕາເວັນອອກສຽງໃຕ້, ແຕ່ ຊີວິດໝູນວຽນໄປຕາມແມ່ນ້ຳ ທີ່ແລ່ນຕາມລວງຍາວຂອງປະເທດທີ່ມີພູມສັນຖານເປັນພູດອຍ. ພ້ອມມີແມ່ນໍ້າຂອງເປັນແມ່ນໍ້າສຳຄັນ ທີ່ໄຫຼຜ່ານທົ່ງນາ ສ້າງທີ່ຢູ່ອາໄສຂອງປາ ແລະ ເຮັດໜ້າທີ່ເປັນເສັ້ນທາງຫຼວງ ແລະ ແຫຼ່ງນ້ໍາທີ່ສໍາຄັນຂອງປະເທດ”.

“ບ້ານທີ່ຮ່ວມຕົວກັນຢູ່ຕາມແຄມແມ່ນໍ້າ ມັກສາມາດດຶງດູດນັກທ່ອງເຂົ້າມາໄດ້ ພ້ອມຍັງຫວນກັບຄືນໄປເບິ່ງສະຖາປັດຕະຍະກຳອານານິຄົມຝຣັ່ງທີ່ງົດງາມ ທີ່ຍັງຫຼົງເຫຼືອຢູ່ໃນປະເທດ ແລະ ພະລາດຊະວັງ ແລະ ວັດວາອາຮາມທີ່ງົດງາມ, ແຕ່ພູມສັນຖານທີ່ຮົກຮ້າງເຮັດໃຫ້ປະເທດລາວມີສະເໜ່ແຕກຕ່າງຈາກເສັ້ນທາງທ່ອງທ່ຽວທົ່ວໄປ”.

ສ່ວນອີກ 4 ໝວດໝູ່ທີ່ເຫຼືອ ປະກອບມີ: ໝວດໝູ່ທຳມະຊາດໄດ້ແກ່: ໝູ່ເກາະ ອາຊໍເລສ (azores) ປະເທດ ໂປຕຸເກດ, ອຸດທິຍານແຫ່ງຊາດ ບິກເບນ(Big Bend) ໃນສະຫະລັດ ອາເມຣິກາ, ປະເທດ ບັອດວານາ (Botswana) ໃນທະວີບ ອາຟຣິກາ, ປະເທດ ໂຊວິເນຍ ແລະ ເຂດພູດອຍ ສະກັອດຕິສ ໄຮແລນ ທີ່ປະເທດ ສະກັອດແລນ.

ໝວດໝູ່ ວັດທະນະທຳປະກອບມີ: ອີຕາລີ, ເກົາຫຼີໃຕ້, ຄາໂຣລິນາ ໃຕ້ ຂອງ ສະຫະລັດອາເມຣິກາ ແລະ ແຂວງ ເຮີນານ ຂອງ ປະເທດຈີນ.ໝວດໝູ່ ພະຈົນໄພປະກອບມີ: ປະເທດເປຣູ, ອຸດທິຍານແຫ່ງຊາດ ໃນ ແມັກຊິໂກ, ອອສເຕຣຍ ແລະ ນິວຊີແລນ.

ສ່ວນ ໝວດໝູ່ ຄອບຄົວປະກອບມີ: ສະວິດເຊີແລນ, ໂຄລໍາເບຍ, ຊານຟານຊິດໂກໃນຄາລິຟໍເນຍ ສະຫະລັດ ອາເມຣິກາ, ແມນເຊັສເຕີ ໃນປະເທດອັງກິດ ແລະ ປະເທດ ຕີນິເດດ ແລະ ໂຕເບໂກ.
ຂໍ້ມູນ: Lao X ແລະ NATIONAL GEOGRAPHIC

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.