ສະພາບອັດຕາເງິນເຟີ້ ຢູ່ລາວ ຍັງມີທ່າອ່ຽງສູງຂຶ້ນ ໂດຍອັດຕາເງິນເຟີ້ລວມ ເດືອນຕຸລາ 2022 ທຽບ ປີຕໍ່ປີຂຶ້ນຕໍ່ເນື່ອງ ໃນລະດັບ 36,7%

0
200

ສະພາບອັດຕາເງິນເຟີ້ ຢູ່ ສປປ ລາວ 🇱🇦 ຍັງມີທ່າອ່ຽງເພີ່ມສູງຂຶ້ນ ໂດຍ ອັດຕາເງິນເຟີ້ລວມ ເດືອນຕຸລາ 2022 ທຽບ ປີຕໍ່ປີຂຶ້ນຕໍ່ເນື່ອງ ຢູ່ໃນລະດັບ 36,7% (ເດືອນກັນຍາ 2022 ແມ່ນ 34,5). ເນື່ອງຈາກການເພີ່ມສູງຂຶ້ນ ທຸກໝວດສິນຄ້າ ເປັນຕົ້ນແມ່ນ: ໝວດສະບຽງອາຫານ ແລະເຄື່ອງດື່ມບໍ່ແມ່ນເຫຼົ້າ ເພີ່ມຂຶ້ນ 38,8% ໂດຍ

ມາຈາກການເພີ່ມສູງຂຶ້ນຂອງລາຄາເຂົ້າສານ, ຊີ້ນປະເພດຕ່າງໆ ໂດຍສະເພາະແມ່ນຊີ້ນໝູ, ສັດປີກ, ປາ ແລະອາຫານທະເລ, ໄຂ່, ນໍ້າມັນພືດ,
ໝາກໄມ້, ຜັກສົດ ເປັນຕົ້ນ.

ໝວດຄົມມະນາຄົມ ແລະຂົນສົ່ງ ເພີ່ມຂຶ້ນ 58,1% ໂດຍສະເພາະລາຄານໍ້າມັນເຊື້ອໄຟ ເພີ່ມຂຶ້ນເຖີງ 95,0%, ໃນນີ້ ປັບຂຶ້ນ-ລົງ 4 ຄັ້ງ, ແອັດຊັງທຳມະດາ ປັບຂຶ້ນ 2 ຄັ້ງ, ລົງ 2 ຄັ້ງ, ກາຊວນ ປັບຂຶ້ນ 3 ຄັ້ງ ປັບລົງ 1 ຄັ້ງ, ສະເລ່ຍ ລາຄານໍ້າມັນແອັດຊັງທຳມະດາ 20.289 ກີບ/ລີດ, ກາຊວນ 19.983 ກີບ/ລີດ.

ນອກນັ້ນ, ສິນຄ້າອຸປະໂພກ-ບໍລິໂພກອື່ນໆ ຍັງມີທ່າອ່ຽງເພີ່ມຂຶ້ນເຊັ່ນດຽວກັນ ເຊັ່ນ: ເຄື່ອງນຸ່ງ ແລະ ເກີບ, ເຄື່ອງກໍ່ສ້າງ ແລະ ອຸປະກອນສ້ອມແປງເຮືອນ, ເຄື່ອງໃຊ້ໃນເຮືອນ, ອຸປະກອນການແພດ ແລະຢາ.
ທີ່ມາ: ສູນສະຖິຕິແຫ່ງຊາດ

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.