ລັດຖະບານເເຫ່ງ ສປປ ລາວ ໄດ້ຮັບ ວັກຊີນເພື່ອຊ່ວຍສ້າງພູມຄຸ້ມກັນພະຍາດໂຄວິດ-19 ສຳລັບເດັກນ້ອຍໃນ ສປປ ລາວ ຈາກ ລັດຖະບານສະຫະລັດອາເມລິກາ ຈໍານວນ 201.600 ໂດສ ໂດຍຜ່ານ COVAX Facility ເພຶ່ອປະກອບສ່ວນເຂົ້າໃນຂະບວນການສັກວັກຊີນກັນພະຍາດດັ່ງກ່າວໃຫ້ກັບເດັກນ້ອຍອາຍຸ 5-11 ປີ ໃນ ສປປ ລາວ.
ພິທີມອບ-ຮັບ ໄດ້ຈັດຂຶ້ນ ທີ່ ກະຊວງສາທາລະນະສຸກ, ໄດ້ຮັບກຽດເຂົ້າຮ່ວມ ໂດຍ ທ່ານ ດຣ. ສະໜອງ ທອງຊະນະ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ດຣ. ປີເຕີ ເຮມອນ ເອກອັກຄະລັດຖະທູດສະຫະລັດອາເມລິກາ ປະຈຳ ສປປ ລາວ, ມີຜູ້ຕາງໜ້າອົງການ UNICEF ປະຈໍາ ສປປ ລາວ, ຜູ້ຕາງໜ້າອົງການອະນາໄມໂລກ ປະຈຳ
ສປປ ລາວ, ບັນດາທ່ານທຸຕານຸທູດ, ຜູ້ປະສານງານອົງການສະຫະປະຊາຊາດ ປະຈໍາ ສປປ ລາວ, ຜູ້ຕ່າງໜ້າສະຖານທູດ, ອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ແລະ ຄູ່ ຮ່ວມພັດທະນາ ປະຈໍາ ສປປ ລາວ, ບັນດາກົມ, ສູນ, ອ້ອມຂ້າງກະຊວງສາທາລະນະສຸກເຂົ້າຮ່ວມ
ການປະກອບສ່ວນວັກຊີນໃນຄັ້ງນີ້ເປັນສ່ວນໜື່ງ ໃນການຮັບປະກັນຄວາມປອດໄພຂອງເດັກນ້ອຍ ເເລະ ນັກຮຽນເພຶ່ອໃຫ້ພວກເຂົາສາມາດສຶບຕໍ່ການຮຽນຢູ່ໃນໂຮງຮຽນໄດ້ຢ່າງຕໍ່ເນື່ອງໃນສົກຮຽນໃໝ່ ການສັກວັກຊີນໃຫ້ກັບເດັກນ້ອຍເປັນບາດກ້າວທີ່ສຳຄັນເພື່ອປົກປ້ອງການຮຽນຂອງເດັກໃນຫ້ອງຮຽນ ແລະ ຈະຊ່ວຍສົ່ງເສິມການຟື້ນຟູການສູນເສຍ
ການຮຽນທີ່ເກີດຂຶ້ນໃນໄລຍະການແຜ່ລະບາດຂອງພະຍາດ ໂຄວິດ-19 ລວມໄປເຖິງ ຄວາມສະເໝີພາບໃນການເຂົ້າເຖີງວັກຊີນ, ໂດຍສະເພາະສຳລັບເດັກນ້ອຍ ແລະໄວໜຸ່ມ.
ວັນທີ 4 ພະຈິກ 2022 ທີ່ກະຊວງສາທາລະນະສຸກ
ສູນຂໍ້ມູນຂ່າວສານການແພດ